ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ - stat - ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ
ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ - kitchen vibe - ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ

ກອງປະຊຸມສະຖິຕິທົ່ວປະເທດປະຈຳປີ 2017 ​ໄດ້ຈັດຂຶ້ນໃນວັນທີ 13 ກຸມພານີ້ຢູ່ແຂວງໄຊຍະບູລີ, ​ໄດ້​ເນັ້ນຫົວຂໍ້: ການຜະລິດຂໍ້ມູນສະຖິຕິທາງການ ເພື່ອຕິດຕາມ ແລະ ປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ​

ທ່ານຮອງເຈົ້າແຂວງໄຊຍະບູລີ ກ່າວວ່າ: ກອງປະຊຸມສຳມະນາຄັ້ງນີ້, ແມ່ນມີຄວາມໝາຍສຳຄັນເປັນຢ່າງຍິ່ງຕໍ່ຂະແໜງສະຖິຕິໃນການທົບທວນຖອດຖອນບົດຮຽນດ້ານວິຊາການ, ດ້ານການຈັດຕັ້ງປະຕິບັດ ແລະ ພັດທະນາວຽກງານສະຖິຕິໃຫ້ດີຂຶ້ນ, ແນໃສ່ຮັບປະກັນການຕອບສະໜອງຂໍ້ມູນສະຖິຕິໃຫ້ແກ່ການວາງແຜນນະໂຍບາຍ, ແຜນການ, ການຄົ້ນຄ້ວາວິໄຈ ແລະ ຜູ້ຊົມໃຊ້ທັງພາກລັດ ແລະ ເອກະຊົນ. ພ້ອມໄດ້ລົງ​ເລິກການສະຫລຸບຕີ​ລາຄາ ການຈັດຕັ້ງປະຕິບັດວຽກງານຂອງລະບົບສະຖິຕິແຫ່ງຊາດປີ 2017 ແລະ ທິດທາງປີ 2018-2019, ນັບ​ທັງ​ການ​ປະຕິບັດກົດໝາຍວ່າດ້ວຍສະຖິຕິສະບັບປັບປຸງ ເປັນຍຸດທະສາດພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030. ນອກ​ນີ້, ຍັງ​ມີ​ການ​ແລກປ່ຽນການຜະລິດຂໍ້ມູນ ເພື່ອສະໜອງການຄິດໄລ່ຕົວຊີ້ບອກການຕິດຕາມ ແຜນພັດທະນາເສດຖະກິດ-ສັງ ຄົມ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGI), ລວມ​ເຖິງວຽກງານປັບປຸງວຽກສະຖິຕິຂັ້ນທ້ອງຖິ່ນ.

ກອງປະຊຸມຄັ້ງ​ນີ້, ແມ່ນເພື່ອຢັ້ງຢືນ ແລະ ຮັບປະກັນຕໍ່ການຜະລິດບັນດາຕົວ ຊີ້ບອກດ້ານ ສະຖິຕິ, ໃຫ້ມີຄຸນນະພາບ ແລະ ຫຍັບເຂົ້າສູ່ມາດຕະຖານສາກົນ, ມີກົນໄກ, ມີລະບອບ, ລະບຽບ ແລະ ວິທີການເກັບກຳຂໍ້ມູນທີ່ຖືກຕ້ອງ, ເປັນເອກະພາບແຕ່ຂັ້ນສູງກາງເຖິງທ້ອງຖິ່ນ, ຮັບປະກັນການສະໜອງຂໍ້ມູນທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ, ​ເຮັດ​ໃຫ້ການປັບປຸງວິທີເກັບກຳຂໍ້ມູນສະຖິຕິ, ການຜະລິດ, ປຸງແຕ່ງ ແລະ ວິໄຈ ດ້ວຍການນຳໃຊ້ເຄື່ອງມືທີ່ທັນສະໄໝຢ່າງເປັນລະບົບຄົບຊຸດ.

ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ - 4 - ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ
ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ - 3 - ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ
ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ - 5 - ກອງປະຊຸມສະຖິຕິທົ່ວປະເທດ​ເນັ້ນຜະລິດຂໍ້ມູນ​ເພື່ອການພັດທະນາແບບຍືນຍົງ