ຈີນພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ H7N4 ເປັນຄົນທຳອິດ

ຈີນລາຍງານພົບຜູ້ຕິດເຊື້ອໄວຣັສໄຂ້ຫວັດສັດປີກ H7N4 ເປັນຄົນທຳອິດຂອງປະເທດ ເປັນຜູ້ຍິງໃນແຂວງທາງຕາເວັນອອກ, ຫລ້າສຸດເຊົາຈາກອາການປ່ວຍແລ້ວ.
ທາງການຮົງກົງລະບຸວ່າ: ຄະນະກຳມະການວາງແຜນຄອບຄົວ ແລະ ສາທາລະນະສຸກແຫ່ງຊາດຈີນ ລາຍງານວ່າ: ເປັນເທື່ອທຳອິດທີ່ພົບການຕິດເຊື້ອ H7N4 ໃນມະນຸດ, ຜູ້ປ່ວຍຄົນດັ່ງກ່າວມີອາຍຸ 68 ປີ ອາໄສຢູ່ແຂວງຈຽງຊູ, ລາວເລີ່ມປາກົດອາການປ່ວຍໃນວັນທີ 25 ທັນວາປີຜ່ານມາ ຈາກນັ້ນຖືກນຳສົ່ງໂຮງໝໍໃນວັນທີ 1 ມັງກອນ ແລະ ອອກຈາກໂຮງໝໍໃນວັນທີ 22 ມັງກອນ. ລາຍງານລະບຸວ່າ: ລາວສຳຜັດສັດປີກກ່ອນສະແດງອາການປ່ວຍ ແຕ່ບໍ່ພົບວ່າຄົນທີ່ສຳຜັດໃກ້ຊິດລາວປາກົດອາການນຳແຕ່ຢ່າງໃດ.
ການຕິດເຊື້ອໄວຣັສໄຂ້ຫວັດສັດປີກທີ່ພົບໄດ້ໃນຄົນ ເປັນເຊື້ອໄວຣັສສາຍພັນ H7N9 ໂດຍນັບແຕ່ປີ 2013 ຈີນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 600 ຄົນ ແລະ ບໍ່ສະບາຍອີກ 1.500 ກວ່າຄົນ ຈາກເຊື້ອໄວຣັສ H7N9. ລາຍງານລະບຸວ່າ: ໃນເດືອນຜ່ານມາ, ຈີນພົບຜູ້ຕິດເຊື້ອໄວຣັສ H7N9 ພຽງຄົນດຽວ, ແຕ່ໃນປີຜ່ານມາພົບຜູ້ຕິດເຊື້ອ 192 ຄົນ ໃນຈຳນວນນີ້ 79 ຄົນເສຍຊີວິດ.