ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ

ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ -                                    - ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ
ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ - kitchen vibe - ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ

ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ບົວເງິນ ຊາພູວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມສະຫລຸບວຽກງານວັດທະນະທຳທົ່ວປະເທດປະຈຳປີ 2017 ທີ່ຈັດຂຶ້ນໃນວັນທີ 15 ກຸມພານີ້ວ່າ: ໃນຕໍ່ໜ້ານີ້,​ ວຽກ​ງານ​ວັດທະນະທຳ​ ແມ່ນຍັງ​ມີຫລາຍຈຸດທີ່​ຈະ​ຕ້ອງ​ໄດ້​ປັບປຸງ ​ແລະ ​ແກ້​ໄຂ, ​ໂດຍ​ສະ​ເພາະ​ແມ່ນກົດໝາຍ ​ແລະ ນິຕິ​ກຳກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ-ຄຸ້ມ​ຄອງ​ສັງຄົມ​ດ້ານ​ວັດທະນະທຳຍັງ​ບໍ່​ທັນເປັນລະບົບ​ຄົບ​ຊຸດ, ຂະນະດຽວກັນການ​ເຜີຍ​ແຜ່​ນິຕິກໍາທີ່ມີແລ້ວກໍຍັງ​ບໍ່​ທັນ​ກວ້າງຂວາງ, ​ທົ່ວ​​ເຖິງ ແລະ ການ​ຕິດຕາມ​ກວດກາກໍ​ຍັງ​ບໍ່​ທັນ​ເຂັ້ມ​ງວດ, ເຊິ່ງສະແດງອອກຄືຍັງ​ມີ​ການ​ເຄື່ອນ​ໄຫວ​ທີ່​ຝືນ​ກັບ​ລະບຽບ​ກົດໝາຍ ​ແລະ ມູນ​ເຊື້ອ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ພາ​ໃຫ້ເກີດມີສຽງວິຈານຈາກ​ສັງຄົມບໍ່ໜ້ອຍໃນຜ່ານມາ. ນອກນີ້, ການ​ປະດິດ​ຄິດ​ແຕ່ງບົດ​ປະພັນ​ວັນນະຄະດີ, ​ເພັງ​ຮ້ອງ, ຂັບ​ລຳ, ລະຄອນ, ຮູບ​ເງົາ ​ແລະ ລາຍການ​ສະ​ແດງ​ຕ່າງໆ​ ຈຳນວນ​ໜຶ່ງຍັງ​ບໍ່​ທັນ​ສອດຄ່ອງ​ກັບ​ແນວທາງ​ນະ​ໂຍບາຍວັດທະນະທໍາຂອງ​ພັກໃນ​ໄລຍະ​ໃໝ່, ຮູບ​ການ ​ແລະ ​ເນື້ອ​ໃນ​ຍັງ​ບໍ່​ມີ​ຄວາມ​ອຸດົມສົມບູນ, ບໍ່​ຫລາກ​ຫລາຍ​ສີສັນ ​ແລະ ບໍ່​ທັນ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ສັງ​ຄົມ. ອັນສໍາຄັນໜຶ່ງແມ່ນຂອດ​ປະສານ​ສົມທົບ​ໃນ​ການ​ຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ປາກົດ​ການຫຍໍ້​ທໍ້ທາງ​ດ້ານ​ວັດທະນະທຳ​-ສັງຄົມລະຫວ່າງ​ພາກສ່ວນ​ຕ່າງໆຍັງ​ບໍ່​ທັນ​ເລິກ​ເຊິ່ງກົມກຽວ ​ແລະ ​ເຂັ້ມ​ງວດ, ສະພາບການ​ນຳ​ເຂົ້າ-ສົ່ງ​ອອກ ສິລະ​ປິນ ຍັງ​ມີ​ລັກສະນະ​ຊະຊາຍ,​ ຍັງ​ບໍ່​ທັນ​ມີ​ຂໍ້​ກຳນົດທີ່​ເປັນ​ລັກສະນະ​ເອກະ​ພາບ. ສະນັ້ນໃນຕໍ່ໜ້ານີ້, ຂໍ​ຮຽກຮ້ອງ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມ​ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາ​ວຽກ​ງານ​ດ້ານ​ວັດທະນະທໍາໃຫ້​​ມີຄຸນນະພາບຫລາຍ​ກວ່າເກົ່າ, ໂດຍສະເພາະເອົາ​ໃຈ​ໃສ່​ຕິດຕາມ​ປະ​ເມີນ​ຜົນ, ການ​ປູກ​ຈິດ​ສຳນຶກ​ໃຫ້​ຄົນ​ຮຸ້ນ​ຫລັງ​ໄດ້​ຮູ້, ຮັກ, ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ, ເພື່ອສ້າງ​ຄ່າ​ນິຍົມ​ໃຫ້​ມີ​ຄວາມ​ຮັກ ​ແລະ ຫວງ​ແຫນ​ປະ​ເທດ​ຊາດ​ບ້ານ​ເມືອງສູງຂຶ້ນກວ່າເກົ່າ.

ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ - 5 - ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ
ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ - Visit Laos Visit SALANA BOUTIQUE HOTEL - ວຽກ​ງານ​ວັດທະນະທຳຍັງ​ມີຫລາຍຈຸດ​ຈະຕ້ອງ​ໄດ້​ປັບປຸງແກ້​ໄຂ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!