ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ

- kitchen vibe - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ

- S 300x225 - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ

ນອກຈາກສະຖານທີ່ ຫລັກໆໃນການທ່ອງທ່ຽວຢູ່ ຫລວງພະບາງແລ້ວຍັງມີອີກ ຫລາຍແຫ່ງສ້າງຄວາມຈັບອົກ ຈັບໃຈແກ່ຜູ້ມາທ່ຽວບໍ່ໜ້ອຍດັ່ງ:  ຕະຫຼາດເຊົ້າຫຼວງພະບາງຕັ້ງຢູ່ ຕາມຮ່ອມເຂດບ້ານປ່າຂາມ ບໍ່ຫ່າງໄກຈາກ ບໍລິເວນຕະຫຼາດກາງຄືນ, ເປັນຕະຫຼາດທີ່ບໍ່ໃຫຍ່ ແຕ່ເປັນບ່ອນປະຊາຊົນພາຍໃນທ້ອງຖິ່ນ ໄດ້ພາກັນ ມາຂາຍເຄື່ອງໃນຕອນເຊົ້າຂອງທຸກໆມື້ເຊິ່ງປະກອບດ້ວຍສິນຄ້າປະເພດຕ່າງໆເຊັ່ນ: ຜັກສົດ, ຊີ້ນ, ປາ, ເຂົ້າໝາກໄມ້ ແລະ  ສະໝູນໄພຫຼາຍຊະນິດ. ນອກຈາກນັ້ນ, ຍັງມີອາຫານພື້ນບ້ານນໍາອີກບໍ່ວ່າຈະເປັນ ແມງໄມ້ຊະນິດຕ່າງໆ. ເມື່ອທ່ານຫາກໄດ້ມາທ່ຽວຕະຫຼາດເຊົ້າຫຼວງພະບາງ ທ່ານກໍຈະໄດ້ສໍາພັດ ແລະ ຮັບຮູ້ເຖິງວິຖີຊີວິດອັນລຽບງ່າຍຂອງປະຊາຊົນທ້ອງຖິ່ນແຫ່ງນີ້.

- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ
- Visit Laos Visit SALANA BOUTIQUE HOTEL - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ

–  ຕະຫຼາດໂພສີເປັນຕະ ຫຼາດ ໃຫຍ່ທີ່ສຸດຂອງແຂວງຫຼວງພະບາງ ເຊິ່ງຕັ້ງຢູ່ເຂດຖະໜົນໂພ ທິສະລາດ ຕາມເສັ້ນທາງມຸ້ງໜ້າ ໄປຕາດກວາງຊີ ເປັນຕະຫຼາດທີ່ ຈໍາໜ່າຍສິນຄ້າທຸກປະເພດນັບຕັ້ງ ແຕ່ອາຫານ ປະເພດ ຕ່າງໆຄື: ຊີ້ນສົດ, ຜັກສົດ, ໝາກໄມ້ສົດ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ສອຍພາຍໃນເຮືອນ ແລະ ອຸປະກອນເຄື່ອງ ໄຟຟ້າຊະນິດຕ່າງໆ ເຊິ່ງທ່ານສາມາດມາເລາະຊົມ ແລະ ຊື້ໄດ້ທີ່ຕະຫຼາດແຫ່ງນີ້ ໂດຍໄດ້ເປີດໃຫ້ບໍລິການ ນັບຕັ້ງແຕ່ເວລາ 5:00-18:00 ໂມງຂອງທຸກໆມື້.

–   ສູນວາງສະແດງຊົນເຜົ່າວິທະຍາຕັ້ງຢູ່ເຂດບ້ານຂາມຢ່ອງ, ເມືອງຫຼວງພະບາງໃກ້ໆກັບຕະຫຼາດດາລາປະມານ 50 ແມັດ, ຖ້າທ່ານຢາກໄປທັດສະນະສຶກ ສາ ແລະ ຮຽນຮູ້ກ່ຽວກັບວິຖີການ ດໍາລົງຊີວິດຂອງປະຊາຊົນລາວບັນດາ ເຜົ່າ ທ່ານສາມາດມາທ່ຽວ ຊົມ ແລະ ຊອກຮູ້ຢູ່ທີ່ສູນວາງສະແດງຊົນເຜົ່າວິທະຍາແຫ່ງນີ້ໄດ້, ເຊິ່ງເປັນສູນ ທີ່ອະນຸລັກຮັກສາວັດທະນະທໍາຂອງຫຼາຍຊົນເຜົ່າຂອງລາວໂດຍໄດ້ມີການວາງສະແດງ ແລະ ຂາຍເຄື່ອງ ຫັດຖະກໍາພ້ອມ ທັງເຄື່ອງທີ່ລະນຶກທີ່ມີລວດລາຍງົດງາມຫຼາຍປະເພດແຕກຕ່າງກັນໄປ, ເຊິ່ງມັນໄດ້ສະແດງໃຫ້ ເຫັນເຖິງວິຖີການ ດໍາລົງຊີວິດ ຂອງເຜົ່າຕ່າງໆໃນລາວ ແລະ ກາຍເປັນສະຖານທີ່ທ່ອງທ່ຽວ ອັນໂດດເດັ່ນ ແລະ ມີຊື່ສຽງດ້ານວັດທະນະທໍາບັນດາເຜົ່າເຮັດໃຫ້ ນັກທ່ອງທ່ຽວທຸກຄົນທີ່ມາທ່ຽວຊົມມີຄວາມປະທັບໃຈເປັນຢ່າງຍິ່ງ.

–  ທັດມາກໍແມ່ນ ບ້ານ ຜານົມ, ເປັນບ້ານຂອງຊົນເຜົ່າລື້ ທີ່ມີຊື່ສຽງທາງດ້ານການຕໍ່າ ຫູກທໍໄໝ ແລະ ມີວິຖີການດໍາ ລົງຊີວິດທີ່ເປັນເອກະລັກສະເພາະຂອງເຜົ່າ, ເຊິ່ງຕັ້ງຢູ່ຫ່າງ ຈາກຕົວເມືອງພຽງແຕ່ ສາມ ກິໂລແມັດເທົ່ານັ້ນ. ທ່ານກໍຈະ ພົບເຫັນບ້ານເຮືອນຂອງຊົນ ເຜົ່າລື້ທີ່ມີຮູບຊົງແບບລາວເດີມຕະຫຼອດຮອດວັດ ວາອາຮາມ ແລະ ວິຖີຊີວິດຂອງຊາວ ບ້ານ ແຫ່ງນີ້ກໍຍັງຄົງອານຸລັກຮັກສາໄວ້ດ້ວຍຮູບແບບດັ້ງເດີມ. ນອກ ຈາກນີ້ແລ້ວ, ທ່ານຍັງສາມາດ ທ່ຽວຊົມ ແລະ ເລືອກຊື້ສິນຄ້າ ປະເພດແຜ່ນຜ້າຂອງກຸ່ມຜະລິດສະເພາະປະຈໍາບ້ານ ທີ່ມີຫຼາຍສີສັນ ແລະ ຫຼາຍຮູບແບບໃຫ້ ເລືອກຈາກສີມືອັນປານີດຂອງເຜົ່າລື້.

–  ສ່ວນສູນຫັດຖະກໍາ ອອກພົບຕົກເປັນສູນຜະລິດສິນ ຄ້າຫັດຖະກໍາຕັ້ງຢູ່ເຂດບ້ານ ສາຍລົມ, ເມືອງຫຼວງພະບາງ ໃນບໍລິເວນໃກ້ຄຽງກັບຕະຫຼາດໂພສີ. ອອກພົບຕົກມີຄວາມ ໝາຍວ່າ: ຕາເວັນອອກພົບຕາ ເວັນຕົກເປັນສູນຫັດ ຖະກໍາທີ່ ສ້າງຂຶ້ນໃນປີ 2000 ໂດຍແມ່ ຍິງລາວຜູ້ໜຶ່ງທີ່ຖືກລົງໄຫຼໄປ ກັບການຕໍ່າຫູກທໍໄໝ ຮ່ວມກັບ ນັກຖ່າຍ ຮູບຄົນອັງກິດ ເຊິ່ງໄດ້ມີ ຄວາມມຸ້ງຫວັງຢາກຊຸກຍູ້ສົ່ງ ເສີມສີມືແຮງງານຂອງແມ່ຍິງ ໃນທ້ອງຖິ່ນເພື່ອ ເປັນການ ພັດທະນາທາງດ້ານສີລະປະ ແລະ ໃຫ້ເຂົາເຈົ້າໄດ້ຂາຍສິນຄ້າທີ່ຜະລິດຂຶ້ນ ເຊິ່ງມີຫຼາຍຊະນິດບໍ່ວ່າ ຈະເປັນຜ້າຝ້າຍ, ຜ້າໄໝ ສິ້ນໄໝ, ກະເປົາພາຍ, ຜ້າພັນຄໍ ແລະ ເຄື່ອງປະເພດອື່ນໆ ອີກຫຼາຍ ຢ່າງ. ສໍາລັບນັກທ່ອງທ່ຽວທີ່ມີ ຄວາມສົນໃຈດ້ານນີ້, ທາງສູນຍັງມີການສິດສອນການ ຕໍ່າຫູກ ແລະ ຈັກສານ. ຢູ່ສູນ ຫັດຖະກໍາ ອີກ 2 ແຫ່ງຄື: ຢູ່ ບ້ານວັດໜອງ ແລະ ບ້ານວັດແສນເປີດທຸກມື້ ນັບແຕ່ເວລາ 8:00-17:00ໂມງ.

–   ແລະ ສິ່ງທີ່ລືມບໍ່ ໄດ້ກໍ ແມນຖໍ້າຕິ່ງຕັ້ງຢູ່ແຄມແມ່ນໍ້າຂອງກົງກັນຂ້າມກັບບ້ານປາກ ອູ, ຫ່າງຈາກຕົວ ເມືອງຫຼວງ ພະບາງໄປທາງເໜືອປະມານ 32ກິໂລແມັດ, ເປັນຖໍ້າທີ່ສັກສິດ ຕາມການເຊື່ອຖືຂອງຄົນທ້ອງ ຖິ່ນ. ທ່ານສາມາດເດີນທາງ ໄປຖໍ້າຕິ່ງດ້ວຍການຂີ່ເຮືອຂຶ້ນ ໄປຕາມລໍາແມ່ນໍ້າຂອງ ແລະ ໃນຂະນະທີ່ທ່ານເດີນທາງໄປ ກັບເຮືອ ທ່ານກໍຈະໄດ້ເບິ່ງ ແລະ ໄດ້ຊົມທິວທັດທໍາມະຊາດສອງຝາກຝັ່ງແມ່ນໍ້າຂອງພ້ອມທັງ ສາຍລົມເຢັນພັດ ໂຊຍມາເປັນໄລຍະໆ ໄປພ້ອມໆກັບກະແສນໍ້າ ຂອງໄຫຼລ່ອງ. ດ້ວຍຄວາມງົດ ງາມ ເມື່ອທ່ານໄປຮອດຖໍ້າຕິ່ງ ກໍຈະສັງເກດເຫັນເປັນສອງຖໍ້າຄື: ຖໍ້າຕິ່ງລຸ່ມ ແລະ ຖໍ້າຕິ່ງເທິງ, ຖໍ້າຕິ່ງລຸ່ມຈະມີຂັ້ນໄດຂຶ້ນ-ລົງ ຈາກທ່າເຮືອ ເຖິງຖໍ້າຢ່າງສະດວກສະບາຍ, ຢູ່ພາຍໃນຖໍ້າກໍຈະສັງເກດເຫັນພະພຸດທະຮູບຈໍາ ນວນຫຼາຍອົງສ່ວນຫຼາຍແມ່ນ ເຮັດດ້ວຍໄມ້ ເຊິ່ງປະຊາຊົນໃນ ເມື່ອກ່ອນໄດ້ນໍາມາຖວາຍໄວ້. ສ່ວນຖໍ້າຕິ່ງເທິງແມ່ນຢູ່ສູງກວ່າຖໍ້າຕິ່ງລຸ່ມ 50 ແມັດ ແລະ ມີຂັ້ນ ໄດເຊື່ອມຕໍ່ໃສ່ກັນຂຶ້ນ-ລົງໄດ້ ຢ່າງສະດວກສະບາຍ ເຊິ່ງພາຍ ໃນຖໍ້າກໍ ຈະມີພະພຸດທະຮູບໃຫຍ່ ຫຼາຍອົງສະຖິດຢູ່ ພ້ອມທັງມີປະ ຕູເພື່ອເປີດ-ປິດປາກຖໍ້າໄວ້ເປັນຢ່າງດີ.

–  ແຄມຊ້າງ ເປັນອີກສະ ຖານທີ່ທ່ອງທ່ຽວໜຶ່ງທີ່ໜ້າສົນ ໃຈ ເຊິ່ງມີຢູ່ຫຼາຍແຫ່ງເດັ່ນກວ່າ ໝູ່ແມ່ນຢູ່ເຂດບ້ານ ຊຽງລ້ອມ ແລະ ບ້ານນູນສະຫວາດ, ເມືອງ ຫຼວງພະບາງ ບາງແຄມຖືກກໍ່ຕັ້ງ ແລະ ບໍລິຫານງານໂດຍຊ່ຽວ ຊານຕ່າງປະເທດ ແລະ ບາງ ແຄ້ມບໍລິຫານງານໂດຍຄົນລາວ ເຮົາ ເຊິ່ງມີຈຸດປະສົງແນໃສ່ ການ ຊ່ວຍເຫຼືອ ແລະ ປົກປັກຮັກສາ ຊ້າງທີ່ເປັນສັດຄູ່ບ້ານຄູ່ເມືອງ ຂອງລາວ. ຖ້າທ່ານໄດ້ມາທ່ຽວ ຊົມ ແຄ້ມຊ້າງ ທ່ານສາມາດເຂົ້າ ຮ່ວມກິດຈະກໍາຫຼາຍໆຢ່າງທີ່ ໜ້າປະທັບໃຈ ບໍ່ວ່າຈະເປັນການຂີ່ຊ້າງ, ອາບນໍ້າໃຫ້ຊ້າງຢູ່ນໍ້າຄານ, ເຝິກເປັນ ຄວານຊ້າງ ແບບພື້ນຖານ, ໃຫ້ອາຫານຊ້າງ ແລະ ອື່ນໆອີກ.

 

- 4 - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ
- 3 - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ
- 5 - ຫລວງພະບາງຍັງມີຫລາຍແຫ່ງທ່ອງທ່ຽວ