ມຽນມາເປີດຕົວວິທະຍຸຊຸມຊົນ ແຫ່ງທຳອິດຂອງປະເທດ


ມຽນມາເດີນໜ້າປ່ຽນຜ່ານສື່ໃນມືຂອງລັດໄປສູ່ສື່ຊຸມຊົນຕາມແຜນ ໂດຍໃນວັນທີ 18 ກຸມພານີ້ ໄດ້ເລີ່ມເປີດດຳເນີນການຄື້ນວິທະຍຸຊຸມຊົນແຫ່ງທຳອິດຂອງປະເທດ ທີ່ນະຄອນຢາງກຸ້ງ.
ຄະເຍ ເອຟເອັມ ຄື້ນວິທະຍຸຊຸມຊົນ ແຫ່ງທຳອິດຂອງມຽນມາ ເຊິ່ງມີສະຖານີປະຕິບັດການຢູ່ເຂດຕານຕາບິນ ນະຄອນຢາງກຸ້ງ ເລີ່ມອອກອາກາດເປັນເທື່ອທຳອິດໃນວັນທີ 18 ກຸມພານີ້ ໂດຍກະຈາຍສຽງໃຫ້ຄົນໃນຊຸມຊົນຮັບຂ່າວສານວັນລະ 4 ຊົ່ວໂມງ ຜ່ານລາຍການຕ່າງໆ ທັງດ້ານກະສິກຳ, ການລ້ຽງສັດ, ສຸຂະພາບ, ການສຶກສາ, ບັນເທີງ ແລະ ຂ່າວລາຍວັນ.
ທ່ານ ເປ ມິນ ລັດຖະມົນຕີວ່າການກະຊວງຂ່າວສານຂອງມຽນມາ ກ່າວໃນພິທີເປີດສະຖານີວິທະຍຸວ່າ: ລັດຖະບານກຳລັງດຳເນີນການເພື່ອປ່ຽນຜ່ານສື່ຂອງລັດຖະບານໃຫ້ເປັນສື່ວິທະຍຸຂອງຊຸມຊົນ ເພື່ອການເຂົ້າເຖິງ ແລະ ສະທ້ອນຄວາມຄິດຂອງປະຊາຊົນ ໂດຍຜ່ານມາ ລັດຖະບານໄດ້ເປີດສະຖານີວິທະຍຸເພື່ອຊົນກຸ່ມນ້ອຍແລ້ວຫລາຍຄື້ນ ແລະ ຈະເປີດເພີ່ມຂຶ້ນອີກໃນອະນາຄົດ.
ສະຖານີວິທະຍຸ ແລະ ໂທລະພາບແຫ່ງມຽນມາ ຫລື MRTV ໄດ້ຮັບຂໍ້ສະເໜີເລື່ອງການຈັດຕັ້ງຄື້ນວິທະຍຸຊຸມຊົນ ຄະເຍ ເອຟເອັມ ໃນເດືອນສິງຫາ 2017 ຈາກ MRTV ມີຄື້ນວິທະຍຸເອຟເອັມຢູ່ແລ້ວ 6 ຄື້ນ ແລະ ມີສະຖານີໂທລະພາບ 5 ຊ່ອງ.
ລັດຖະມົນຕີກະຊວງຂ່າວສານມຽນມາ ເປີດເຜີຍວ່າ: ການເຄື່ອນໄຫວທີ່ເກີດຂຶ້ນໃນວົງການສື່ ຈະສົ່ງຜົນດີຕໍ່ການພັດທະນາປະເທດ. ທັງນີ້ ໃນອະນາຄົດຈະມີການຕັ້ງຄະນະກຳມະການດ້ານແຜ່ພາບກະຈາຍສຽງວິທະຍຸ ແລະ ໂທລະພາບ ຕາມກົດໝາຍວ່າດ້ວຍການແຜ່ພາບກະຈາຍສຽງ ແລະ ກົດລະບຽບຕ່າງໆ ກ່ຽວຂ້ອງກັບການອອກອາກາດທີ່ລັດຖະສະພາທົບທວນແກ້ໄຂໄປແລ້ວ.