ທີ່ດິນເປັນບັນຫາສັງຄົມນຳສະເໜີ ຫລາຍຜ່ານສາຍດ່ວນລັດຖະບານ

- 033 - ທີ່ດິນເປັນບັນຫາສັງຄົມນຳສະເໜີ ຫລາຍຜ່ານສາຍດ່ວນລັດຖະບານ
- kitchen vibe - ທີ່ດິນເປັນບັນຫາສັງຄົມນຳສະເໜີ ຫລາຍຜ່ານສາຍດ່ວນລັດຖະບານ

ເມື່ອທ້າຍອາທິດຜ່ານມານີ້, ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມ

ຖອດ​ຖອນບົດຮຽນ​ວຽກ​ງານ​ສາຍ​ດ່ວນ​ຂອງລັດຖະບານ 1516 ໂດຍການເປັນ

- Visit Laos Visit SALANA BOUTIQUE HOTEL - ທີ່ດິນເປັນບັນຫາສັງຄົມນຳສະເໜີ ຫລາຍຜ່ານສາຍດ່ວນລັດຖະບານ

ປະທານຂອງທ່ານ​ຮອງ​ຫົວ​ໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຮັບຜິດຊອບ​ຕອບ​ໂທລະສັບ​ສາຍ​ດ່ວນ​, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ ເພື່ອ​ຕີ​ລາຄາ​ຄືນ​ຜົນ​ການຈັດຕັ້ງປະຕິບັດ​ວຽກ​ງານ​ສາຍ​ດ່ວນ​ຂອງ​ລັດຖະບານ

ພາຍຫລັງໄດ້ເປີດນໍາໃຊ້ແຕ່​ວັນ​ທີ 14 ພະຈິກ 2016 ມາ

ຮອດປັດຈຸບັນ, ມີ​ປະຊາຊົນ ​ແລະ ​ພາກສ່ວນຕ່າງໆ​ໃນ​ສັງຄົມ​ໄດ້​ສະ​ເໜີບັນຫາ

ຕ່າງໆ​ຜ່ານ​ສາຍ​ດ່ວນ​​ລັດຖະບານ​ທັງ​ໝົດ 2.700 ຄຳ​ຖາມ, ​ໃນ​ນັ້ນປະເພດ​ຂໍ​ຄຳແນະນໍາ ແລະ ​ປຶກສາມີ 2.250 ຄຳ​ຖາມ ແລະ ບັນຫາພົນເດັ່ນກວ່າໝູ່​ແມ່ນບັນຫາ​ທີ່​ດິນມີ 735 ຄຳ​ຖາມ, ບັນຫາ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານ​ມີ 458 ຄຳ​ຖາມ, ບັນຫາ​ຢາ​ເສບ​ຕິດມີ 375 ຄຳ​ຖາມ, ​ເລື່ອງເງິນ​ເດືອນ 380 ຄຳ​ຖາມ, ການ​ສໍ້​ລາດ​ບັງ​ຫລວງ 200 ຄຳ​ຖາມ, ​ການ​ລັກລອບ​ຕັດ​ໄມ້ 266 ຄຳ​ຖາມ, ບັນຫາ​ເສັ້ນທາງ 186 ຄຳ​ຖາມ ແລະ ການຈັດສັນ​ຕົວ​ເລກ​ລັດຖະກອນ​ 100 ຄຳ​ຖາມ, ປັດຈຸບັນ​ໄດ້​ຮັບ​ຄຳ​ຕອບຈາກຂະແໜງການກ່ຽວຂ້ອງແລ້ວ

ປະມານ 100 ກວ່າສະບັບ ​ແລະ ຍັງ​ບໍ່​ໄດ້​ຊີ້​ແຈງ 144 ຄຳ​ຖາມ.

- 4 - ທີ່ດິນເປັນບັນຫາສັງຄົມນຳສະເໜີ ຫລາຍຜ່ານສາຍດ່ວນລັດຖະບານ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!