ຈີນເລັ່ງແກ້ລັດຖະທຳມະນູນໃຫ້ຜູ້ນຳປະເທດ ຢູ່ໃນຕຳແໜ່ງຕະຫລອດການ


ພັກກອມມູນິດຈີນສະເໜີການແກ້ໄຂລັດຖະທຳມະນູນມາດຕາສຳຄັນ ເພື່ອກຽມການໃຫ້ປະທານາທິບໍດີ ແລະ ຮອງປະທານາທິບໍດີຢູ່ໃນຕຳແໜ່ງບໍ່ມີກຳນົດ.
#CPC Central Committee unveils its proposal on amendments to China's Constitution. Here is all you need to know: https://t.co/XJVDVkrnG7 pic.twitter.com/qjvsZBFTl9
— China Xinhua News (@XHNews) February 25, 2018
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງປັກກິ່ງ ປະເທດຈີນ ໃນວັນທີ 26 ກຸມພາ ອ້າງຈາກລາຍງານຂອງສຳນັກຂ່າວຊິນຮົວວ່າ: ຄະນະກຳມະການກາງພັກກອມມູນິດສະເໜີຮ່າງແຜນການແກ້ໄຂລັດຖະທຳມະນູນ ໃຫ້ຜູ້ດຳລົງຕຳແໜ່ງປະທານາທິບໍດີ ແລະ ຮອງປະທານາທິບໍດີ ຄວນຢູ່ໃນຕຳແໜ່ງໄດ້ດົນກວ່າສອງສະໄໝ ໂດຍບໍ່ມີການເປີດເຜີຍລາຍລະອຽດ.
ທັງນີ້, ຕາມລັດຖະທຳມະນູນສະບັບປັດຈຸບັນຖືວ່າທ່ານ ສີ ຈິ້ນຜິງ ອາຍຸ 64 ປີ ຈະໝົດວາລະການດຳລົງຕຳແໜ່ງປະທານາທິບໍດີສະໄໝທຳອິດໃນເດືອນໜ້າ ແລະ ຈະເຂົ້າສູ່ວາລະສະໄໝທີ 2 ຕາມທຳນຽມ. ຈາກການລົງມະຕິຂອງສະພາປະຊາຊົນແຫ່ງຊາດ (NPP) ທີ່ຈະເປີດກອງປະຊຸມໃນວັນທີ 5 ມີນານີ້ ເຊິ່ງໝາຍຄວາມວ່າວາລະສະໄໝທີ 2 ຂອງທ່ານ ສີ ຈິ້ນຜິງ ຈະສິ້ນສຸດໃນປີ 2023 ໂດຍທຳນຽມການຢູ່ໃນຕຳແໜ່ງຜູ້ນຳປະເທດ 2 ສະໄໝຂອງຈີນເປັນໄປຕາມແນວທາງການປະຕູຮູບການເມືອງຂອງທ່ານ ເຕິ້ງ ສຽວຜິງ ເພື່ອຫລີກເວັ້ນຄວາມວຸ້ນວາຍທາງການເມືອງ ທີ່ເຄີຍເກີດຂຶ້ນໃນໄລຍະຫລັງການເສຍຊີວິດຂອງທ່ານ ເໝົາ ເຈີຕົງ.