ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ

- 28461351 737353946475181 331875810 o - ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ
- kitchen vibe - ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ

ທ້າຍ​ອາທິດ​ຜ່ານ​ມານີ້, ທີ່​ສະໜາມກິລາ​ແຂວງ​ຈຳປາ​ສັກ​ໄດ້​ປິດ​ການ​ແຂ່ງຂັນ​ກິລາ​ບານບ້ວງຮຸ່ນ​ອາ​ຍຸ​ຕ່ຳ​ກວ່າ 18 ປີ 3 ຊາດ​ລຸ່ມ​​ແມ່ນ້ຳຂອງ ​ໂດຍ​ການ​ເຂົ້າຮ່ວມ​ມີທ່ານ ອາ​ລົງ​ກອນ ​ເພັງ​ສະຫວັນ ​ເລຂາທິການ​ສະຫະພັນ​ບານບ້ວງ​ແຫ່ງ​ຊາດ​ລາວ, ຄະນະ​ປະທານ​ສະຫະ​ພັນ​ບານບ້ວງ​ແຂວງ​ຈຳປາ​ສັກ, ບັນດາ​ຄູ​ຝຶກ, ນັກ​ກິລາ​.

ທ່ານນາງ ອໍ​ລະ​ດີ ຈິນດາ​ໄມ ຮອງ​ປະທານ​ສະຫະພັນ​ບານບ້ວງ​ແຂວງ​ຈຳປາ​ສັກ ​ກ່າວ​ວ່າ: ການແຂ່ງຂັນ​ກິລາ​ບານບ້ວງ 3 ຊາດ​​ແມ່ນ້ຳຂອງ​ປະກອບ​ທີ​ມຍິງ-ຊາຍ​ຈາກ​ນະຄອນຫລວງ​ວຽງຈັນ, ທີ​ມ ຍິງ-ຊາຍ​ແຂວງ​ຈຳປາ​ສັກ, ທີ​ມຍິງ-ຊາຍ​ກຳປູ​ເຈຍ ​ແລະ ທີ​ມຍິງ​-ຊາຍຈາກ​ໄທ. ຜ່ານ​ການ​ແຂ່ງຂັນ​ປາກົດ​ວ່າ: ທີ​ມຊາຍ​ທີ 1​ ​ໄດ້​ແກ່​ກຳປູ​ເຈຍ, ທີ 2 ​ໄທ ​ແລະ ທີ 3 ​ເຈົ້າພາບ​ແຂວງ​ຈຳປາ​ສັກ. ສຳລັບ​ທີ​ມຍິງ ທີ 1 ​ໄທ, ທີ 2 ກຳປູ​ເຈຍ ​ແລະ ທີ 3 ​ນະຄອນຫລວງ​ວຽງຈັນ. ​ແນວ​ໃດ​ກໍຕາມ ​ການ​ແຂ່ງຂັນ​ຄັ້ງນີ້ບໍ່​ໄດ້​ເນັ້ນ​ເຖິງຜົນ​ໄດ້​ ຫລື ​ເສຍ, ​ແຕ່​ໄດ້​ເນັ້ນ​ເຖິງ​ການ​ແລກປ່ຽນປະສົບ​ການ​ລະຫວ່າງ​ນັກ​ກິລາ​ທັງ​ສາມ​ປະເທດ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ເຮັດ​ໃຫ້​ວົງ​ການ​ກິລາ​ບານບ້ວງ​ລາວມີ​ການ​ພັດທະນາ​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ແມ່ນນັກ​ກິລາບານບ້ວງ​ຂອງ​ແຂວງ​ຈຳປາ​ສັກ​ໃຫ້​ມີ​ປະສົບການຫລາຍ​ຂຶ້ນ ​ເພື່ອ​ກະກຽມຄວາມ​ພ້ອມ​​ເຂົ້າຮ່ວມ​ການ​ແຂ່ງຂັນ​ກິລາ​ແຫ່ງ​ຊາດຄັ້ງທີ 11 ​ທີ່​ແຂວງ​ຊຽງຂວາງ​​ເປັນ​ເຈົ້າພາບ​ທ້າຍ​ປີນີ້ ໃຫ້​ຕິດໜຶ່ງ​ໃນ​ສາມ​ຄື​ຄັ້ງທີ 10 ທີ່​ແຂວງ​ອຸດົມ​ໄຊ​ເຈົ້າພາບ (​​ໄດ້ຫລຽນທອງ).

ນອກຈາກ​ທີ່​ກ່າວ​ມານັ້ນ​ແລ້ວ, ຍັງ​ເປັນ​ການ​ສົ່ງ​ເສີມ​ການທ່ອງທ່ຽວ​ລາວ​ປີ 2018 ນີ້ ​ໃຫ້​ມີ​ບັນຍາ ກາດ​ຟົດຟື້ນ ​ທັງ​ປະກອບສ່ວນ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າມາ​ທ່ຽວ​ໃນ​ປີ​ທ່ອງ​ທ່ຽວ​ໃຫ້​ບັນລຸ​ຕາມ​ເປົ້າໝາຍ 5 ​ເທື່ອ​ຄົນ.

- 5 - ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ
- 3 - ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ
- 4 - ປິດການແຂ່ງຂັນກິລາບານບ້ວງ 3 ຊາດລຸ່ມແມ່ນ້ຳຂອງ