ອົງການອາຫານໂລກຊ່ວຍເຫລືອເດັກພິການລາວ ຫລາຍກວ່າ 50 ລ້ານກີບ


ໃນວັນທີ 27 ກຸມພານີ້, ອົງ ການອາຫານໂລກໄດ້ນຳເອົາ ເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ລວມມີມູນຄ່າຫລາຍກວ່າ 50 ລ້ານກີບມອບໃຫ້ສູນຟື້ນຟູໜ້າ ທີ່ການ ນະຄອນຫລວງວຽງຈັນ, ເຊິ່ງພິທີ-ມອບ-ຮັບ ໄດ້ມີຂຶ້ນລະ ຫວ່າງທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງ ຈັນ ແລະ ທ່ານ ນາງ ຊາລາ ກໍ ດອນ ກິບສັນ ຜູ້ຕາງໜ້າອົງ ການອາຫານໂລກ ປະຈຳລາວ ເຄື່ອງຊ່ວຍເຫລືອມີ: ເຂົ້າ ສານ, ນ້ຳມັນພຶດ, ແກ່ນໝາກ ຖົ່ວເຫລືອງ, ປ໋ອງປາ ແລະ ເຄື່ອງອຸປະໂພກອື່ນໆ ອີກເພື່ອ ເຮັດໃຫ້ນັກຮຽນ (ພິການ ຫູ-ຕາ) ເດັກທີ່ມີຄວາມເປັນພິ ການໃນໂຮງຮຽນ ມີອາຫານ ພຽງພໍໃນການບໍລິໂພກຕາມ ອັດຕາສ່ວນ ແລະ ຄວາມຕ້ອງ ການຂອງຮ່າງກາຍໃຫ້ມີສຸ ຂະພາບແຂງແຮງ, ມີໂອກາດ ເຂົ້າ ເຖິງການສຶກສາຄືກັບ ເດັກທົ່ວໄປ.


+ ມອບເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນເມືອງບົວລະພາຜູ້ໄດ້ຮັບຜົນກະທົບຈາກໄພທຳມະຊາດ
+ ອົງການອາຫານໂລກ ແລະ ອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນຮ່ວມມືສົ່ງເສີມການພັດທະນາໄວໜຸ່ມຍິງລາວ
ໂຮງຮຽນພິເສດເດັກພິ ການ ໃຫ້ຮູ້ວ່າ: ປັດຈຸບັນໂຮງ ຮຽນຂອງຕົນມີນັກຮຽນ 98 ຄົນ, ຍິງ 44 ຄົນ, ໃນນັ້ນມີ ນັກຮຽນພິການຕາ 22 ຄົນ, ຍິງ 8 ຄົນ ແລະ ການຊ່ວຍ ເຫລືອດ້ານໂພສະນາການ ຂອງອົງການດັ່ງກ່າວໃຫ້ແກ່ ໂຮງຮຽນແຫ່ງນີໄດ້ເລີ່ມມາ ແຕ່ປີ 2016, ອັນເປັນສ່ວນສຳ ຄັນເພື່ອໃຫ້ເດັກພິການໄດ້ຮັບ ອາຫານ ພຽງພໍ ແລະ ສາມາດ ຮ່ຳຮຽນໄດ້ເປັນປົກກະຕິ./.



