ສານປະຊາຊົນແຂວງຫລວງນ້ຳທາຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ 2 ຄົນ
February 27, 2018 - 6:33 PM

ເມື່ອບໍ່ດົນມານີ້, ສານປະ ຊາຊົນແຂວງຫລວງນ້ຳທາ ໄດ້ຕັດສິນປະຫານຊີວິດ ທ້າວ ຈຳໂບ້ ອາຍຸ 22 ປີຢູ່ບ້ານຈ່າ ຍີ ເມືອງລອງ ແລະ ທ້າວ ໄໝ່ບຸນ ນ້ອຍ ອາຍຸ 58 ປີຢູ່ບ້ານນາ ໃໝ່ເມືອງສິງແຂວງຫລວງ ນ້ຳທາໃນສະຖານຄ້າຂາຍ ຢາເສບຕິດ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ທ້າວ ໂບ້ຖືກເຈົ້າໜ້າທີ່ຈັບຕົວ ໄດ້ ເມື່ອກາງປີ 2017 ພ້ອມຂອງ ກາງຢາບ້ານໍ້າໜັກ 9,4 ກິໂລ. ສ່ວນທ້າວ ໄໝ່ບຸນນ້ອຍ ຖືກ ເຈົ້າໜ້າທີ່ຈັບຕົວໄດ້ໃນໄລ ຍະກາງປີ 2017 ເຊັ່ນກັນ, ພ້ອມຂອງກາງເຮໂຣອິນ 12 ແທ່ງ, ລວມມີນ້ຳໜັກ 4,5 ກິໂລ ແລະ ຖືກສານຕັດສີນ ປະຫານຊີວິດດັ່ງກ່າວ.
+ ສານປະຊາຊົນແຂວງອັດຕະປືຕັດສິນປະຫານຊີວິດຜູ້ຄ້າຢາເສບຕິດ
+ ສານນະຄອນຫລວງວຽງຈັນລົງໂທດຜູ້ຄ້າຂາຍຢາເສບຕິດຈໍາຄຸກຕະຫລອດຊີວິດ