ນາຍົກເນັ້ນໃຫ້ເພີ່ມທະວີຫາມາດຕະການແກ້ໄຂສິ່ງບໍ່ດີຕ່າງໆທີ່ຈະກະທົບຕໍ່ເສດຖະກິດຂອງຊາດ


ໃນໂອກາດມີຄໍາເຫັນຊີ້ນໍາສະມາຊິກລັດຖະບານໃນການປະຕິບັດວຽກງານຈຸດສຸມໃນເດືອນມີນານີ້ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໂດຍໄດ້ເນັ້ນໃຫ້ຂະແໜງການເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງອື່ນໆ, ຕ້ອງສືບຕໍ່ຄົ້ນຄວ້າມາດຕະການເພື່ອແກ້ໄຂສິ່ງບໍ່ດີຕ່າງໆທີ່ຈະກະທົບຕໍ່ລະບົບເສດຖະກິດຂອງຊາດໃນຕໍ່ໜ້າ, ໂດຍສະເພາະສຸມໃສ່ການເກັບລາຍຮັບງົບປະມານໃຫ້ໄດ້ຕາມຄາດໝາຍແຕ່ຫົວທີ, ໂດຍພະຍາຍາມປິດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບງົບປະມານ, ເພີ່ມທະວີຄວາມເຂັ້ມງວດຕໍ່ການເກັບລາຍຮັບເຂົ້າງົບປະມານໃຫ້ຫລາຍຂຶ້ນ ແລະ ຮີບຮ້ອນແກ້ໄຂສະພາບພະນັກງານລັດຖະກອນ ແລະ ຜູ້ປະກອບການທີ່ສວຍໂອກາດສໍ້ລາດບັງຫລວງ ກໍຄືສະພາບການຫລົບຫລີກພາສີອາກອນ ຫລື ບໍ່ມອບພັນທະງົບປະມານ, ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນໃຫ້ຢູ່ໃນເກນປົກກະຕິ, ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຮີບຮ້ອນຄົ້ນຄວ້ານະໂຍບາຍອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ, ໂດຍສະເພາະໃນເງື່ອນໄຂທີ່ພາກທຸລະກິດພາຍໃນມີຄວາມຫຍຸ້ງຍາກທາງດ້ານການເຂົ້າເຖິງແຫລ່ງທຶນ. ພ້ອມທັງສືບຕໍ່ປັບປຸງລະບຽບການ ແລະ ກົນໄກ ເພື່ອອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງໃນການກະຕຸ້ນເສດຖະກິດ, ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຕິດຕາມສະພາບການເໜັງຕີງຂອງລາຄານ້ຳມັນຢ່າງໃກ້ຊິດ ແລະ ອັນສໍາຄັນຕ້ອງແຈ້ງໃຫ້ທົ່ວສັງຄົມຮັບຊາບຕໍ່ກັບການປັບຂຶ້ນ-ລົງລາຄານ້ຳມັນໃນແຕ່ລະໄລຍະ ເພື່ອຫລີກເວັ້ນການເຂົ້າໃຈຜິດ ຫລື ຕຳນິວິຈານຢ່າງບໍ່ສົມເຫດສົມຜົນ, ພ້ອມທັງເອົາໃຈໃສ່ຕິດຕາມລາຄາສິນຄ້າຕາມທ້ອງຕະຫລາດ, ເນື່ອງຈາກເຫັນວ່າລາຄາສິນຄ້າໄລຍະນີ້ແພງຂຶ້ນຫລາຍ, ອັນໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ຄຽງຄູ່ກັນນັ້ນ, ກໍໃຫ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະກັດກັ້ນການດຳເນີນທຸລະກິດ, ຄ້າຂາຍ, ນຳເຂົ້າ-ສົ່ງອອກ, ການຜະລິດຕ່າງໆທີ່ບໍ່ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ເປັນຕົ້ນ: ການລັກລອບນຳເຂົ້າ-ສົ່ງອອກສິນຄ້າທີ່ຜິດກົດໝາຍ, ການຫລົບຫລີກພາສີ-ອາກອນ ຕະຫລອດຮອດການລັກລອບຊື້-ຂາຍ ຫລື ສົ່ງອອກໄມ້ ແລະ ເຄື່ອງປ່າຂອງດົງທີ່ຂັດກັບຄຳສັ່ງເລກທີ 15 ແລະ ນິຕິກຳກ່ຽວຂ້ອງອື່ນໆຕ້ອງໃຫ້ໄດ້ຮັບການແກ້ໄຂຢ່າງເຂັ້ມງວດຕາມລະບຽບກົດໝາຍ.