ນິວຊີແລນເຂັ້ມງວດວີຊາແຮງງານຕ່າງປະເທດຕາມຮອຍອາເມລິກາ-ອົດສະຕຣາລີ


ທ່ານ ໄມເຄິນ ວູດເຮົາ ລັດຖະມົນຕີກະຊວງກວດຄົນເຂົ້າເມືອງນິວຊີແລນ ກ່າວວ່າ: ການປ່ຽນແປງກົດວີຊາດັ່ງກ່າວເປັນໄປຕາມນະໂຍບາຍຊາວນິວຊີແລນຕ້ອງມາກ່ອນ ທີ່ຕ້ອງການໃຫ້ບໍລິສັດຕ່າງໆຫັນມາຈ້າງແຮງງານໃນປະເທດຫລາຍຂຶ້ນ ລວມທັງລົງທຶນພັດທະນາທັກສະຂອງແຮງງານ ໂດຍກົດໝາຍໃໝ່ຈະມີການກຳນົດໃຫ້ນາຍຈ້າງຕ້ອງຈ່າຍລາຍຮັບຂັ້ນຕໍ່າ 49.000 ໂດລານິວຊີແລນ ສຳລັບແຮງງານຕ່າງປະເທດທີ່ມີທັກສະ ແລະ 73.000 ໂດລານິວຊີແລນ ສຳລັບຜູ້ທີ່ມີທັກສະສູງ ລວມທັງເຮັດໃຫ້ຄອບຄົວຂອງຜູ້ຖືວີຊາຂໍວີຊາຍາກຂຶ້ນ ແລະ ຈະຈຳກັດເວລາໃນການອະນຸຍາດໃຫ້ແຮງງານຊົ່ວຄາວຕາມລະດູການອາໄສຢູ່ໃນປະເທດ.
ລາຍງານລະບຸວ່າ: ກົດວີຊາໃໝ່ຂອງນິວຊີແລນເປັນໄປໃນທິດທາງດຽວກັບນະໂຍບາຍຂອງປະທານາທິບໍດີ ໂດນັນ ທຣຳ ຂອງອາເມລິກາ ແລະ ນາຍົກລັດຖະມົນຕີ ມັນຄອມ ເທິນບູນ ຂອງອົດສະຕຣາລີ ທີ່ຕ້ອງການໃຫ້ເກີດການຈ້າງວຽກຄົນໃນປະເທດ ແທນການໃຊ້ແຮງງານຕ່າງປະເທດ.