ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ

ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - Page 1 2 copy - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ
ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - kitchen vibe - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ

ໃນທ້າຍອາທິດຜ່ານມານີ້, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ເປັນປະທານກອງປະຊຸມປຶກສາຫາລືວຽກງານການຈັດຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ດ່ານ​ຜ່ານ​ແດນໃນ​ທົ່ວ​ປະ​ເທດ ແລະ ໄດ້ຍົກໃຫ້ເຫັນວ່າ: ປັດຈຸບັນ, ສປປ ລາວເຮົາມີດ່ານທັງໝົດ 107 ​ແຫ່ງ ແລະ ແບ່ງເປັນ 3 ປະ​ເພດ​ຄື: ດ່ານ​ສາກົນມີ 27 ​ແຫ່ງ, ໃນນັ້ນ​ທາງບົກ 20 ​ແຫ່ງ, ທາງນ້ຳ 2 ​ແຫ່ງ, ​ສະໜາມ​ບິນ​ສາກົນ 4 ​ແຫ່ງ​ ​ແລະ ດ່ານ​ສະຖານີ​ລົດ​ໄຟ​ທ່າ​ນາ​ແລ້ງ 1 ​ແຫ່ງ. ດ່ານ​ທ້ອງ​ຖິ່ນ​ມີ 32 ​ແຫ່ງ ​ແລະ ດ່ານ​ປະ​ເພນີ​ມີ 48 ​ແຫ່ງ, ຊຶ່ງ​ລ້ວນ​ແຕ່​ມີ​ຄວາມ​ສຳຄັນ ເພາະເປັນ​ປະຕູ​ເຂົ້າ-ອອກ​ໃຫ້​ແກ່​ແຂກ​ຕ່າງປະເທດເຂົ້າມາ​ຢ້ຽມຢາມ ແລະ ທ່ອງທ່ຽວໃນ​ປະ​ເທດ​ເຮົາ,​ ​ແຕ່ຂະນະດຽວກັນກໍເຫັນວ່າ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ດ່ານຕ່າງໆ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ກັນ​ນັບແຕ່ສູນກາງຮອດທ້ອງ​ຖິ່ນ, ໂດຍສະເພາະ​ບາງ​ດ່ານມີພະນັກງານຈາກຂະແໜງການຕ່າງໆ​ມາປະຈໍາຫລາຍ​ເກີນ​ໄປ, ​ເຮັດ​ໃຫ້​ສິ້ນ​ເປືອງ​ງົບປະມານ, ບຸກຄະລາ​ກອນ, ​ເວລາ ​ແລະ ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄຸ້ມ​ຄອງ​ປະສານ​ງານ ແລະ ບາງດ່ານຍັງ​ມີ​ໜີ້​ສິນ​ຄ່າ​ນ້ຳປະປາ, ​ໄຟຟ້າ ​ແລະ ອື່ນໆຫລວງຫລາຍ. ສະນັ້ນ ​ເພື່ອ​ໃຫ້​ລະບົບ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ດ່ານ​ໃນ​ທົ່ວ​ປະ​ເທດ​ເປັນ​ເອກະ​ພາບ​ກັນ, ລັດຖະບານຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ​ໃນ​ການຄົ້ນຄວ້າ​ໂຄງ​ປະກອບ​ການຈັດຕັ້ງ, ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຂອງ​ແຕ່​ລະ​ດ່ານ ລວມທັງ​ຂັ້ນຄຸ້ມ​ຄອງ​ເພື່ອ​ກຳນົດ​ເຂົ້າ​ໃນ​ຮ່າງ​ດຳລັດ​ກ່ຽວ​ກັບ​ການຈັດຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ດ່ານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ເພື່ອ​ຮັບປະກັນ​ການ​ຕິດ​ຕໍ່​ພົວພັນ​ເຊື່ອມ​ໂຍງ​ກັບປະ​ເທດໃກ້ຄຽງ ​ແລະ ສາກົນ, ທັງເປັນການປະກອບສ່ວນເຂົ້າໃນການຊຸກຍູ້​ການຂະຫຍາຍຕົວຂອງ​ເສດຖະກິດ​ແຫ່ງ​ຊາດໃຫ້ເຂັ້ມ

ແຂງ.

ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - Visit Laos Visit SALANA BOUTIQUE HOTEL - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ
ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - Visit Laos Visit SALANA BOUTIQUE HOTEL - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ
ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - 5 - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ
ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - 4 - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ
ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ - 3 - ລາວຫາລືປັບປຸງ​ການຈັດຕັ້ງ​ຂອງ​ດ່ານ​​ຜ່ານ​ແດນທົ່ວ​ປະ​ເທດ