ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ

ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - Page 1 2 copy 2 - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ
ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - kitchen vibe - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ

ສັດລ້ຽງປະເພດຄວາຍ-ງົວໄດ້ເກີດພະຍາດລະບາດໃນເຂດຊຸມຊົນເມືອງທ່າແຕງ ໂດຍມີສັດຕິດເຊື້ອພະຍາດ 65 ໂຕ ​ແລະ ຕາຍແລ້ວ 25 ໂຕ. ໃນຂະນະທີ່ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທ່າແຕງສັ່ງໃຫ້ເຝົ້າລະວັງ ແລະ ຮັກສາສຸຂະພາບສັດຢ່າງ​ໃກ້ຊິດ.
ທ່ານ ສຸພົນ ໄຊສະຫ່ງາ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງທ່າແຕງ ໃຫ້ຮູ້ວ່າ: ນັບແຕ່ກາງເດືອນມັງກອນ 2018 ເປັນຕົ້ນມາ ໄດ້ເກີດມີການລະບາດພະຍາດສັດລ້ຽງປະເພດຄວາຍ-ງົວດ້ວຍອາການຂາຫຼັງໄຂ່ບວມ, ຂາຈັງ, ຄໍໄຂ່ບວມ ແລະ ນໍ້າລາຍເຫີຍ ໂດຍອາການດັ່ງກ່າວຄ້າຍຄືພະຍາດເຕົ້າໂຮມເລືອດ. ເຖິງຢ່າງໃດກໍດີ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງທ່າແຕງ ໄດ້ຮຽກຮ້ອງໃຫ້ວິຊາການສັດຕະວະແພດທັງຂັ້ນເມືອງ ແລະ ບ້ານ ກໍຄືເຈົ້າຂອງສັດລ້ຽງຮີບຮ້ອນເພີ່ມທະວີຄວາມເອົາໃຈໃສ່ຮັກສາສຸຂະພາບສັດຢ່າງໃກ້ ຊິດ. ຂະນະດຽວກັນ ຫ້ອງການກະສິກໍາ ແລະ ປ່າໄມ້ຍັງໄດ້ສັ່ງຫ້າມ ໂດຍບໍ່ໃຫ້ບັນດາຫົວໜ່ວຍຂ້າສັດປ້ອນຕະຫຼາດພາຍໃນເມືອງທ່າແຕງນໍາເອົາສັດປະເພດທີ່ຕິດເຊື້ອເຂົ້າຂ້າ ​ແລະ ອອກໄປຈໍາໜ່າຍ ແລະ ບໍລິໂພກ, ພ້ອມທັງຫ້າມປະຊາຊົນ ກໍ​ຄືເຈົ້າຂອງສັດລ້ຽງດັ່ງກ່າວເຄື່ອນຍ້າຍສັດ ແລະ ຊິ້ນສ່ວນຜະລິດຕະພັນໄປຈໍາໜ່າຍເພື່ອບໍລິໂພກຢ່າງເດັດຂາດ ເພື່ອສະກັດກັ້ນບໍ່ໃຫ້ພະຍາດທີ່ເກີດຂຶ້ນແຜ່ລາມອອກໄປໃນວົງກວ້າງ.

ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - 3 - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ
ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - 4 - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ
ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - 5 - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ
ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - Visit Laos Visit SALANA BOUTIQUE HOTEL - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ
ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ - Visit Laos Visit SALANA BOUTIQUE HOTEL - ເກີດລະບາດພະຍາດສັດລ້ຽງ​ໃນເມືອງທ່າແຕງ