ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ

- IMG 1816 - ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ
- kitchen vibe - ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ

ຕາມການລາຍງານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ປີ 2018 ນີ້ ຄາດວ່າແຂວງຂອງຕົນຈະມີແຫລ່ງທຶນເພື່ອພັດທະນາເສດຖະກິດ-ສັງຄົມທັງໜົດ 73,66 ຕື້ກີບ ໃນ 338 ໂຄງການ, ໃນນັ້ນ ມີທຶນກູ້ຢືມ 34,2 ລ້ານໂດລາສະຫະລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 11,7 ລ້ານໂດລາສະຫະລັດ, ສິນເຊື່ອທະນາຄານ 500 ກວ່າຕື້ກີບ ແລະ ທຶນປະກອບສ່ວນຂອງປະຊາຊົນຈໍານວນໜຶ່ງ.

ທ່ານຮອງເຈົ້າແຂວງ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຮັບປະກັນໃຫ້ແຂວງໄດ້ຮັບການພັດທະນາດ້ວຍຄວາມໜັກແໜ້ນໄປຕາມທິດສີຂຽວ ແລະ ຍືນຍົງນັ້ນ, ແຂວງຈະຕ້ອງໄດ້ຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ໃຫ້ຫລຸດ 8,7% ແລະ ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ 2.811ໂດລາສະຫະລັດຕໍ່ປີ, ສູ້ຊົນເກັບລາຍຮັບລວມໃຫ້ໄດ້ 862 ກວ່າຕື້ກີບ, ມູນຄ່າການສົ່ງອອກສິນຄ້າບັນລຸ 32 ລ້ານໂດລາສະຫະລັດ, ສູ້ຊົນຜະລິດເຂົ້າໃຫ້ໄດ້ 2 ແສນໂຕນ.

- Visit Laos Visit SALANA BOUTIQUE HOTEL - ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ
- 3 - ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!