ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ

- nepal plane crash reuters 650x400 71520862077 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ
- kitchen vibe - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ

​ເຮືອບິນ​ໂດຍສານ​ຂອງ​ສາຍ​ການບິນ​ບັງ​ກະລາ​ເທດ ບັນທຸກ​ຜູ້​ໂດຍສານ ​ແລະ ຈຸ​ບິນ​ທັງ​ໝົດ 71 ຄົນ ຕົກ ​ແລະ ​ເຄື່ອງ​ລະ​ເບີດ​ໄຟ​ລຸກ​ໄໝ້ ຂະນະ​ລົງ​ຈອດ​ຢູ່​ສະໜາມ​ບິນ​ນະຄອນຫລວງ​ກາມາ​ນທຸ ​ຂອງ​ເນ​ປານ ​ໃນ​ວັນ​ທີ 12 ມີນາ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 50 ຄົນ.

- 137034040 15208639665401n 300x200 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ

- Visit Laos Visit SALANA BOUTIQUE HOTEL - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ
- Visit Laos Visit SALANA BOUTIQUE HOTEL - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ

ສຳນັກ​ຂ່າວຣອຍ​ເຕີ, ​ເອພີ ​ແລະ ​ເອ​ເອັຟພີ ລາຍ​ງານ​ຈາກ​ນະຄອນຫລວງ​ກາມາ​ນທຸ ປະ​ເທດ​ເນ​ປານ ​ໃນ​ວັນ​ທີ 12 ມີນາ​ວ່າ: ​ເຮືອບິນ​ໂດຍສານ​ແບບ​ເຄື່ອງ​ຈັກ​ໃບ​ພັດ 2 ​ເຄື່ອງ ສາຍ​ການບິນ​ຢູ​ເອສ-ບັງ​ກະລາ ​ແອ​ລາຍ ຂອງ​ບັງ​ກະລາ​ເທດ ບັນທຸກ​ຜູ້​ໂດຍສານ 67 ຄົນ, ນັກ​ບິນ ​ແລະ ລູກ​ເຮືອ 4 ຄົນ ​ເດີນທາງ​ຈາກ​ນະຄອນຫລວງ​ທາ​ກາ ຕົກລົງ​ພື້ນ ​ແລະ ລະ​ເບີດ​ລຸກ​ເປ​ັນ​ໄຟ ຂະນະ​ທີ່​ກຳລັງ​ລົງ​ຈອດ​ຢູ່​ສະໜາມ​ບິນ​ນະຄອນຫລວງ​ກາມາ​ນທຸ ​ເບື້ອງຕົ້ນຍັງ​ບໍ່​ຮູ້​ສາ​ເຫດ ​ແລະ ລາຍ​ງານ​ຄວາມ​ສູນ​ເສຍ​ຍັງ​ສັບສົນ.

- 1E130B93 9891 4298 82A9 A750B58DA149 cx0 cy7 cw0 w1023 r1 s 300x169 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ

​ໂຄສົກ​ສາຍ​ການບິນ​ຢູ​ເອສ-ບັງ​ກະລາ ​ເປີດ​ເຜີຍ​ວ່າ: ​ໃນ​ຈຳນວນ​ຜູ້​ໂດຍສານ​ທີ່ຢູ່​ໃນ​ເຮືອບິນ 67 ຄົນ ປະກອບ​ມີ​ຊາວ​ບັງ​ກະລາ​ເທດ 32 ຄົນ, ຊາວ​ເນ​ປານ 33 ຄົນ, ຊາວ​ຈີນ 1 ຄົນ ​ແລະ ຊາວ​ມັລດິຟ 1 ຄົນ ​ແຕ່​ບໍ່​ລະບຸ​ສັນຊາດ​ຂອງ​ນັກ​ບິນ ​ແລະ ລູກ​ເຮືອທັງ 4 ຄົນ.

- 4 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ
- 5 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ
- 3 - ເຮືອບິນບັງກະລາເທດຕົກທີ່ເນປານ ໄຟລຸກໄໝ້ເສຍຊີວິດກວ່າ 50 ຄົນ