ຮູ້ທັນ-ຮັບມືກັບອາການຜິດປົກກະຕິເວລາເປັນປະຈຳເດືອນ

- 031203 2018 - ຮູ້ທັນ-ຮັບມືກັບອາການຜິດປົກກະຕິເວລາເປັນປະຈຳເດືອນ
- kitchen vibe - ຮູ້ທັນ-ຮັບມືກັບອາການຜິດປົກກະຕິເວລາເປັນປະຈຳເດືອນ

ເວລາເປັນປະຈຳເດືອນຍ່ອມເຮັດໃຫ້ຮູ້ສຶກບໍ່ສະບາຍໂຕ, ວິຕົກກັງວົນວ່າຈະເປື້ອນ ເຮັດໃຫ້ເຄື່ອນໄຫວບໍ່ຄ່ອງແຄ້ວຄືປົກກະຕິ ບາງເທື່ອກໍມີອາການເຈັບທ້ອງນ້ອຍ ຫລື ປວດເມື່ອຍຕາມຕົນໂຕ ຈຶ່ງເຮັດໃຫ້ຫລາຍໆຄົນຮູ້ສຶກລຳຄານ ແລະ ໝຸດໝັດ.

ສ່ວນອີກເຫດຜົນໜຶ່ງກໍຄື : ໃນໄລຍະທີ່ເປັນປະຈຳເດືອນ ຮ່າງກາຍຈະມີການປ່ຽນແປງຂອງລະດັບຮໍໂມນ ເຊິ່ງໂຕຮໍໂມນນີ້ທີ່ຈະໄປສົ່ງຜົນກັບອາລົມ ເຮັດໃຫ້ອາລົມປ່ຽນແປງໄດ້ງ່າຍ ເຊັ່ນ : ໃຈ ນ້ອຍ, ໃຈຮ້າຍງ່າຍ, ໝຸດໝັດ, ລະແວງ ຫລື ໂສກເສົ້າ.

ເມື່ອຮູ້ໂຕວ່າໃນໄລຍະເປັນປະຈຳເດືອນ ອາລົມຈະບໍ່ໝັ້ນຄົງ ໃນໄລຍະນີ້ຈຶ່ງບໍ່ຄວນຄິດຫລາຍ ຫລື ຕັດສິນໃຈເລື່ອງສຳຄັນໆ ເພາະຈະເຮັດໃຫ້ຜິດພາດໄດ້ ຖ້າໝຸດໝັດຫລາຍກໍຄວນພັກຜ່ອນໃຫ້ຫລາຍຂຶ້ນ, ເຮັດກິດຈະກຳທີ່ມັກ ເຊັ່ນ : ຟັງເພງເບົາໆ, ອ່ານໜັງສືຫລິ້ນ, ຫລິ້ນກັບສັດລ້ຽງໃຫ້ສະບາຍໃຈ ຈະຊ່ວຍຫລຸດບັນຫາຄວາມຂັດແຍ່ງກັບຄົນໃກ້ຊິດລົງໄດ້ ແລະ ເຮົາເອງກໍບໍ່ຕ້ອງເຮັດຫຍັງລົງໄປ ຍ້ອນຄວາມໝຸດໝັດ ແລ້ວຕ້ອງມານັ່ງເສຍໃຈໃນພາຍຫລັງ.

ເຫລົ່ານີ້ແມ່ນອາການຜິດປົກກະຕິຂອງແມ່ຍິງ ແລະ ເມື່ອເຮົາຮູ້ແລ້ວ ເຮົາກໍສາມາດກຽມໂຕໃຫ້ພ້ອມຮັບມືກັບອາການເຫລົ່ານັ້ນໄວ້ລ່ວງໜ້າເພື່ອບໍ່ໃຫ້ເປັນບັນຫາຕໍ່ການໃຊ້ຊີວິດປະຈຳວັນ.

- 4 - ຮູ້ທັນ-ຮັບມືກັບອາການຜິດປົກກະຕິເວລາເປັນປະຈຳເດືອນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!