ຫລວງພະບາງປ່ອຍນັກໂທດຜູ້ດັດສ້າງດີກ່ອນກຳນົດ
April 20, 2017 - 6:05 PM


ໃນບໍ່ດົນມານີ້, ຄ້າຍຄຸມຂັງ-ດັດສ້າງຜາໂອກອງບັນຊາການ ປກສ ແຂວງຫລວງພະບາງ, ໄດ້ຈັດພິທີປ່ອຍນັກໂທດ ກ່ອນກຳນົດຈຳນວນ 29 ຄົນ, ຍິງ 5 ຄົນກັບສູ່ຄອບຄົວ ແລະ ສັງຄົມ, ຕາມການຕັດສີນຂອງສານປະຊາຊົນ ແຂວງດັ່ງກ່າວ, ພາຍຫລັງເຫັນວ່ານັກໂທດ ເຫລົ່ານັ້ນໄດ້ມີການປະພຶດຕົວດີ ແລະ ເອົາໃຈໃສ່ປະຕິບັດລະບຽບ ໃນຄ້າຍຂຸມຂັງຢ່າງເຂັ້ມງວດ, ພ້ອມທັງພວກເຂົາມີຄວາມຮູ້ສຶກກິນ ແໜງແຄງໃຈຕໍ່ການກະທໍາຜິດ ລະບຽບກົດໝາຍບ້ານເມືອງອັນໄດ້ສ້າງຄວາມບໍ່ສະຫງົບ ແລະ ບໍ່ເປັນລະບຽບຮຽບຮ້ອຍໃຫ້ກັບສັງຄົມໃນຜ່ານມາ.
ຫົວໜ້າຄ້າຍຄຸມຂັງດັ່ງ ກ່າວໃຫ້ຮູ້ວ່າ: ນັກໂທດທີ່ໄດ້ຮັບ ການປ່ອຍຕົວຄັ້ງນີ້ສ່ວນຫລາຍແມ່ນຄະດີຢາເສບຕິດ.