7 ວິທີປ້ອງກັນລູກຫົວແປ
March 19, 2018 - 12:25 PM


ອີກໜຶ່ງເລື່ອງກັງວົນຂອງພໍ່ແມ່ກໍໜີບໍ່ພົ້ນເລື່ອງຢາກໃຫ້ລູກມີຫົວງາມ, ຫົວງອນ, ຫົວບໍ່ແປ, ແຕ່ປະຈຸບັນເດັກນ້ອຍຫົວແປຫລາຍຂຶ້ນ ເນື່ອງຈາກທາງການແພດແລ້ວແນະນຳໃຫ້ເດັກນ້ອຍນອນຫງາຍຫລາຍກ່ວານອນຂວຳ້ ເພື່ອປ້ອງກັນບັນຫາ SIDS (Sudden Infant Death Syndrome) ຫລື ໂອກາດທີ່ເດັກຈະເສຍຊີວິດຂະນະນອນຫລັບ.
ສາເຫດຂອງການຫົວແປເນື່ອງມາຈາກກະດູກຂອງເດັກເກີດໃໝ່ຍັງເປັນກະດູກທີ່ມີຄວາມອ່ອນ ຫາກນອນທັບຢູ່ໃນຕຳແໜ່ງ ເກົ່າຕະຫລອດເວລາກໍຈະເຮັດໃຫ້ກະໂຫລກຫົວຂອງເດັກແປໄດ້. ແນວໃດກໍຕາມ, ຫົວແປບໍ່ໄດ້ເປັນອັນຕະລາຍແຕ່ຢ່າງໃດ (ສົ່ງຜົນກັບຄວາມງາມຂອງຫົວເທົ່ານັ້ນ).
ສຳລັບພໍ່ແມ່ທີ່ບໍ່ຢາກໃຫ້ລູກຫົວແປມີຄຳແນະນຳງ່າຍໆດັ່ງນີ້ :
- ຈັດທ່ານອນໃຫ້ລູກນອນແຄງ ສະຫລັບຂ້າງໄປມາຊ້າຍ – ຂວາ.
- ໃຫ້ລູກນອນຂວຳ້ ຫົວງາມແນ່ນອນ, ແຕ່ກໍອ່າວອັນຕະລາຍໃນເດັກນ້ອຍອາຍຸ 3 ເດືອນທຳອິດ ເພາະອາດເຮັດໃຫ້ເດັກຂາດອາກາດຫາຍໃຈ ຖ້າຈັບລູກນອນຂວຳ້ ພໍ່ແມ່ຕ້ອງເບິ່ງແຍງຢ່າງໃກ້ຊິດ ຢ່າໃຫ້ມີໝອນ ຫລື ສິ່ງຂອງອື່ນໆ ອັດປາກອັດດັງລູກ.
- ຖ້າລູກບໍ່ຍອມນອນຂວຳ້ໃຫ້ຫາໝອນໝູນມາໃຫ້ລູກນອນ.
- ໄລຍະທີ່ລູກຕື່ນ ຢ່າໃຫ້ລູກຢູ່ໃນທ່ານອນຫງາຍພຽງທ່າດຽວ ໃຫ້ລູກຢູ່ໃນທ່າອື່ນໆນຳ ເຊັ່ນ : ຂວຳ້ຊັນຄໍ, ສະແຄງ ຫລື ອູ້ມລູກຂຶ້ນມາ ເຖິງເວລາຈະສັ້ນໆກໍຕາມ.
- ບໍ່ຄວນໃຫ້ນອນໃນເບາະໃສ່ລົດ ຫລື ຄາຣຊີດ ຫລື ລໍ້ຍູ້ເດັກດົນເກີນໄປ.
- ການອູ້ມລູກກໍຄວນສະຫລັບຂ້າງໄປມາຊ້າຍ – ຂວາຄືກັນ.
- ຖ້າຈະອູ້ມລູກບໍ່ວ່າຈະຢູ່ໃນເຮືອນ ຫລື ພາອອກໄປຂ້າງນອກກໍຄວນໃຫ້ໃຊ້ເປ້ອູ້ມລູກ ເພື່ອໃຫ້ຄໍ ແລະ ຫົວຂອງລູກເປັນອິດສະຫລະ.