ລາວ-ຈີນ ຮ່ວມມືພັດທະນາລະບົບເຕັກນິກວັດແທກໃຫ້ໄດ້ມາດຕະຖານສາກົນ

- kitchen vibe - ລາວ-ຈີນ ຮ່ວມມືພັດທະນາລະບົບເຕັກນິກວັດແທກໃຫ້ໄດ້ມາດຕະຖານສາກົນ

ການວັດແທກໃຫ້ມີມາດ ຕະຖານລະຫວ່າງທ່ານ ກະດິງ ທອງ ສິງດາລາ ຫົວຫນ້າສູນ ວັດແທກກະຊວງວິທະຍາສາດ ແລະ ເຕັກໂນໂລຊີລາວ ແລະ ທ່ານນາງ ອຳນວຍ ໄຊຍະລາດ ປະທານບໍລິສັດພັດທະນາລາວ ເຕັກໂນໂລຊີລາວ ຈຳກັດ, ໄດ້ຈັດ ຂຶ້ນເມື່ອທ້າຍອາທິດຜ່ານມາ ນີ້ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນ ຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ບົດບັນທຶກຄວາມເຂົ້າ ໃຈຄັ້ງນີ້, ທັງສອງຝ່າຍຈະ ຮ່ວມມືກັນພັດທະນາລະບົບ ກວດສອບ, ກວດທຽບ, ຫ້ອງ ທົດລອງ ແລະ ໂຄງລ່າງພື້ນ ຖານດ້ານເຕັກນິກທີ່ຕິດພັນກັບ ວຽກວັດແທກໃຫ້ໄດ້ມາດຕະ ຖານພາກພື້ນ ແລະ ສາກົນ. ພັດ ທະນາ ບຸກຄະລາກອນ (ໄລຍະ ສັ້ນ- ຍາວ), ສັນຫາອຸປະກອນ, ເຄື່ອງມື ແລະ ເຄື່ອງຈັກເຂົ້າ ມາເສີມໃສ່ຂອດບໍລິການເພື່ອ ໃຫ້ສາມາດຮອງຮັບການພັດ ທະນາເສດຖະກິດ. ຮ່ວມກັນ ຊອກຫາແຫລ່ງທຶນ, ການອອກ ແບບ, ການວິເຄາະທາງດ້ານ ເຕັກນິກເພື່ອສ້າງສູນວັດແທກ. ສຶກສາສະພາບແວດລ້ອມ ແລະ ກ້າວໄປສູ່ການເຊັນສັນຍາ ຮ່ວມມືບໍລິຫານລະບົບບໍລິການ ກວດສອບ, ການກວດທຽບ ການທົດສອບ ແລະ ອື່ນໆຕາມ ມາດຕະຖານແຫ່ງຊາດ, ພາກ ພື້ນ ແລະ ສາກົນຢູ່ໃນຂອບເຂດ ທົ່ວປະເທດ.

- Visit Laos Visit SALANA BOUTIQUE HOTEL - ລາວ-ຈີນ ຮ່ວມມືພັດທະນາລະບົບເຕັກນິກວັດແທກໃຫ້ໄດ້ມາດຕະຖານສາກົນ

 

+ ລາວ-ຈີນ ເພີ່ມທະວີການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ

+ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ຄືບໜ້າກວ່າ 20%

- 88885 - ລາວ-ຈີນ ຮ່ວມມືພັດທະນາລະບົບເຕັກນິກວັດແທກໃຫ້ໄດ້ມາດຕະຖານສາກົນ

- 4 - ລາວ-ຈີນ ຮ່ວມມືພັດທະນາລະບົບເຕັກນິກວັດແທກໃຫ້ໄດ້ມາດຕະຖານສາກົນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!