ນາຍົກລາວ-ອົດສະຕຣາລີ ພົບປະສອງຝ່າຍທີ່ຊິດນີ


ໃນວັນທີ 17 ມີນານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ໄດ້ພົບປະກັບທ່ານ ມາລຄອມ ເທີນບູນ (Malcolm Turnbull) ນາຍົກລັດຖະມົນຕີແຫ່ງອົດສະຕຣາລີ, ທີ່ຊິດນີ ປະເທດອົດສະຕຣາລີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອົດສະຕຣາລີ ໃນລະຫວ່າງວັນທີ 17-18 ມີນາ 2018.
ໃນໂອກາດພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫລອດໄລຍະ 66 ປີຜ່ານມາ, ໂດຍສະເພາະໃນປີ 2017, ສອງຝ່າຍໄດ້ຮ່ວມກັນຈັດກິດຈະກຳຕ່າງໆເພື່ອສະເຫລີມສະ ຫລອງການສ້າງຕັ້ງສາຍພົວພັນການທູດລາວ-ອົດສະຕຣາລີຄົບຮອບ 65 ປີດ້ວຍຜົນສຳເລັດຈົບງານ. ພ້ອມນັ້ນ, ສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆໃນຂອບສອງຝ່າຍທີ່ເຫັນວ່າຫລາຍໆໂຄງການໄດ້ສຳເລັດແລ້ວ ແລະ ອີກຈຳນວນໜຶ່ງພວມສືບຕໍ່ປະຕິບັດ.
ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນດ້ານຕ່າງໆຕະຫລອດໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫລືອ ທາງການເພື່ອການພັດທະນາ, ການຊ່ວຍເຫລືອໃນວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ, ດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ປັດຈຸບັນ, ການລົງທຶນຂອງອົດສະຕຣາລີຢູ່ລາວມີມູນຄ່າທັງໝົດ 135 ລ້ານໂດລາສະຫະລັດ, ຈັດຢູ່ອັນດັບທີ 15 ຈາກທັງໝົດ 53 ປະເທດທີ່ລົງທຶນຢູ່ລາວ. ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຮ່ວມມືກັນໃນດ້ານຕ່າງໆຕື່ມອີກເຊັ່ນ: ກະສິກຳ, ໂຍທາ ແລະ ຂົນສົ່ງ, ການເງິນ, ການຮ່ວມມືທາງດ້ານສິດທິມະນຸດ ແລະ ດ້ານອື່ນໆ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.
ໃນໂອກາດນີ້. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸ ລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຊົມເຊີຍການເປັນເຈົ້າພາບຈັດກອງປະຊຸມສຸດຍອດສະໄໝພິເສດອາຊຽນ-ອົດສະຕຣາລີ ໃນຄັ້ງນີ້.
ໃນໂອກາດດຽວກັນ, ທ່ານນາຍົກລົດຖະມົນຕີອົດສະຕຣາລີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຄະນະໃນຄັ້ງນີ້, ຊຶ່ງຈະເປັນການຊຸກຍູ້ສົ່ງເສີມສາຍພັວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງເປັນການສົ່ງເສີມການຮ່ວມມືຂອງສອງປະເທດໃນຂອບຫລາຍຝ່າຍກໍຄືຂອບອາຊຽນ-ອົດສະຕຣາລີອີກດ້ວຍ.
ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຊື້ອເຊີນທ່ານ ມາລຄອມ ເທີນບູນ ນາຍົກລັດຖະມົນຕີແຫ່ງອົດສະຕຣາລີ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາທີ່ມີຄວາມສະ ດວກ, ພ້ອມທັງຖືໂອກາດນີ້ເຊື້ອເຊີນນັກທ່ອງທ່ຽວຈາກອົດສະຕຣາລີ ມາທ່ອງທ່ຽວຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ, ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2018 ນີ້.