ນັກຕົ້ມຕຸນຕົວອັນຕະລາຍຖືກສານຕັດສິນຈຳຄຸກເກືອບ 4 ປີ

ທ້າວ ວິໂຄຈອນ ອາຍຸ 35 ປີອະດີດພະນັກງານລັດ, ຢູ່ບ້ານດົງນາທອງ ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ, ຖືກສານປະຊາຊົນນະຄອນຫລວງວຽງຈັນຕັດສີນລົງໂທດຈໍາຄຸກເປັນເວລາ 3 ປີ 9 ເດືອນ, ພ້ອມປັບໄໝ 4 ລ້ານກີບ ແລະ ໃຊ້ເງິນຄືນໂຈດທາງແພ່ງທີ່ສໍ້ໂກງມາ, ໃນຂໍ້ຫາສໍ້ໂກງຊັບພົນລະເມືອງດ້ວຍການແອບອ້າງແລ່ນເອົາຄົນເຂົ້າເຮັດວຽກນໍາອົງການລັດ, ເຊິ່ງໄດ້ ມີຜູ້ຕົກເປັນເຫຍື່ອຫລາຍສີບລາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນໄລຍະປີ 2012 ທ້າວ ວິໂຄຈອນ ເປັນພະນັກງານຢູ່ອົງການຄຸ້ມຄອງທີ່ດິນ ແລະ ໄດ້ຮູ້ຈັກກັບທ້າວ ສຸກສາຄອນ ເປັນພະນັກງານຢູ່ອົງການຈັດຕັ້ງພັກ-ລັດ, ໂດຍບອກໃຫ້ທ້າວ ວິໂຄຈອນ ຊອກຄົນຢາກມາເຮັດວຽກນໍາອົງການລັດ, ໂດຍຈະເປັນຄົນແລ່ນເອກະສານທັງໝົດ, ພ້ອມທັງອ້າງວ່າ ຮູ້ຈັກກັບລັດຖະມົນຕີທີ່ສາມາດຮັບປະກັນການແລ່ນເຂົ້າເຮັດວຽກນໍາລັດໄດ້ໃນລາຄາ 120.000-150.000 ບາດ (ສະກຸນເງິນໄທ) ໂດຍໃຫ້ກ່ອນເຄິ່ງໜຶ່ງ, ສ່ວນທີ່ເຫລືອແມ່ນຈ່າຍພາຍຫລັງໄດ້ເຂົ້າເປັນພະນັກງານແລ້ວ. ຈາກນັ້ນ, ທ້າວ ວິໂຄຈອນ ກໍໄດ້ໄປບອກໃຫ້ຄົນທີ່ຮູ້ຈັກຊ່ວຍຕິດຕໍ່ຊອກຄົນມາເຮັດວຽກ ແລະ ໃນສົກປີ 2015-2016 ໄດ້ມີທ້າວ ຕາມົນ ສາມາດຕິດຕໍ່ມາໄດ້ 27 ຄົນ, ພ້ອມທັງໄດ້ຈ່າຍມັດຈຳແຕ່ 30.000-50.000 ບາດຕໍ່, ລວມເປັນເງິນທັງໝົດ 973.000 ບາດ, ໂດຍທ້າວ ວິໂຄຈອນ ໄດ້ເປີເຊັນ 50.000 ບາດ, ພາຍຫລັງໄດ້ຮັບເງິນທ້າວ ສຸກສາຄອນ ໄດ້ເອົາປະຫວັດລັດຖະກອນໃຫ້ຜູ້ທີ່ຈະເຂົ້າເຮັດວຽກປະກອບໃສ່ເອກະສານໃຫ້ຄົບ, ພ້ອມໄດ້ຕົກລົງນໍາກັນວ່າຖ້າບໍ່ສາມາດເອົາເຂົ້າລັດໄດ້ແມ່ນສົ່ງເງິນຄືນໃຫ້ຄົບຕາມຈຳນວນທີ່ໄດ້ຈ່າຍໄປນັ້ນ ແລະ ເມື່ອເຫັນວ່າບໍ່ີມຄວາມຄືບໜ້າ, ທ້າວ ວິໂຄຈອນ ຈຶ່ງໄດ້ໄປພົວພັນຢູ່ກົມກອງທີ່ທ້າວ ສຸກສາຄອນ ສັງກັດ ແລະ ພົບວ່າບໍ່ມີຊື່ທ້າວ ສຸກສາຄອນ ໃນສັງກັດເປັນພະນັກງານລັດ, ທ້າວ ວິໂຄຈອນ ຈຶ່ງຮັບໃຊ້ເງິນຄືນຈຳນວນ 200.000 ບາດ ແລະ ຍັງຄ້າງ 273.000 ບາດ ແລະ ໃນໄລຍະດຽວກັນ, ທ້າວ ວິໂຄຈອນ ຍັງໄດ້ເຄື່ອນໄຫວຕົວະຍົວະໃນລັກສະນະດຽວກັນຈົນມີຜູ້ຕົກເປັນເຫຍື່ອອີກ 24 ລາຍ ແລະ ໄດ້ເງິນໄປຫລາຍແສນບາດ, ຈົນມາຮອດທ້າຍປີ 2016 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີ ແລະ ຖືກສານຕັດສີນລົງໂທດດັ່ງກ່າວ.