ລະວັງອັນຕະລາຍຈາກການຕໍ່ເລັບປອມ

ທ່ານໃດມັກການຕໍ່ເລັບເປັນຊີວິດຈິດໃຈ ຕ້ອງຢ່າເບິ່ງຂ້າມຄວາມປອດໄພ ແລະ ຕ້ອງລະວັງອັນຕະລາຍທີ່ເກີດຈາກການຕໍ່ເລັບ ເປັນພິເສດ ເຊິ່ງອັນຕະລາຍທີ່ອາດເກີດຂຶ້ນໄດ້ຈາກການຕໍ່ເລັບນັ້ນເປັນອັນຕະລາຍທີ່ຫລາຍຄົນອາດຄາດບໍ່ເຖິງ ເນື່ອງຈາກການຕໍ່ເລັບນັ້ນເປັນປັດໄຈສຳຄັນ ໄດ້ແກ່ : ກາວ ເຊິ່ງສ່ວນຫລາຍມັກຈະໃຊ້ກາວທີ່ເຮັດດ້ວຍ ເມທິລເມທາ ຄຣາຍເລດ ເຊິ່ງມີລາຄາຖືກ ໂດຍຈະມີລັກສະນະກິ່ນຂິວ ແລະ ເປັນພິດ ອາດຈະມີປະຕິກິລິຍາກັບຜິວໜັງ ຫລື ເຮັດໃຫ້ເລັບເສຍຫາຍຖາວອນໄດ້.
ນອກຈາກນີ້, ເມື່ອກາວແຫ້ງຈະແຂງ ແລະ ມັກຕິດກັບເລັບແທ້ຢ່າງແໜ້ນໜາ ຈຶ່ງອາດເຮັດໃຫ້ເລັບຈີກໄດ້ເມື່ອຈະແກະອອກ ເຊິ່ງບາງເທື່ອເມື່ອແກະເລັບປອມບໍ່ອອກ ກໍຕ້ອງເຖິງຂັ້ນເອົາມີດຕັດເລັບຕັດອອກ ກໍຍິ່ງເຮັດໃຫ້ເລັບທີ່ຢູ່ກ້ອງເສຍຫາຍໜັກ ເຊິ່ງຈະສົ່ງຜົນເຖິງສຸຂະພາບເລັບໄດ້ ນອກຈາກນັ້ນ ກາວ ເຊິ່ງເປັນສານເຄມີ ອາດຖືກດູດຊຶມເຂົ້າສູ່ເລັບ ແລະ ອາດເປັນສາເຫດຂອງການຕິດເຊື້ອລາ ຫລື ສະສົມເຊື້ອລາພາຍໃຕ້ເລັບ. ຮູ້ແບບນີ້ແລ້ວ ທ່ານໃດມັກເສີມຄວາມງາມ ແລະ ມັກການຕໍ່ເລັບຕ້ອງຫັນມາໃຫ້ຄວາມສຳຄັນກັບເລື່ອງຂອງຄວາມປອດໄພຂຶ້ນຕື່ມ ຈຶ່ງຈະງາມ ແລະ ສຸຂະພາບດີໄປພ້ອມກັນ.