ສະພາຄວາມໝັ້ນຄົງ ສປຊ ຂູ່ຈະລົງໂທດຂວ້ຳບາດ ສປປ ເກົາຫລີ ເທື່ອໃໝ່
April 21, 2017 - 10:09 AM


ໃນຖະແຫລງການທີ່ອອກມາໂດຍການລົງມະຕິຢ່າງເປັນເອກະພາບ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ ສປປ ເກົາຫລີ ຢຸດການທົດລອງນິວເຄຼຍທີ່ຈະເກີດຂຶ້ນໃນອະນາຄົດ ແລະ ລະບຸວ່າ: ກິດຈະກຳທີ່ກ່ຽວກັບລູກສອນໄຟທີ່ບໍ່ຖືກຕ້ອງຂອງ ສປປ ເກົາຫລີ ເປັນການສ້າງຄວາມເຄັ່ງຕຶງຢ່າງຮຸນແຮງໃຫ້ເກີດຂຶ້ນພາຍໃນພາກພື້ນ ແລະ ທົ່ວໂລກ, ສະພາຄວາມໝັ້ນຄົງ ສປຊ ຍັງຂູ່ຈະໃຊ້ມາດຕະການເພີ່ມອີກ ເຊິ່ງລວມທັງການຂວ້ຳບາດໃນການແກ້ໄຂບັນຫານິວເຄຼຍທີ່ກ່ຽວກັບການຍິງລູກສອນໄຟຂອງ ສປປ ເກົາຫລີ. ກ່ອນໜ້ານີ້ ສະພາຄວາມໝັ້ນຄົງ ສປຊ ຂູ່ຈະໃຊ້ມາດຕະການເພີ່ມອີກຕໍ່ ສປປ ເກົາຫລີ, ແຕ່ຖະແຫລງການເທື່ອນີ້ກ່າວເຖິງມາດຕະການຂວ້ຳບາດ ເຊິ່ງເປັນການສະແດງໃຫ້ເຫັນວ່າ: ສະພາຄວາມໝັ້ນຄົງ ສປຊ ມີທ່າທີແຂງແກ່ນກວ່າເກົ່າຕໍ່ ສປປ ເກົາຫລີ.