ນິທັດສະການປື້ມອ່ານມີມວນຊົນເຂົ້າຊົມຈໍານວນຫລາຍ


ງານນິທັດສະການປື້ມທີ່ຈັດຂື້ນໃນວັນທີ 23-24 ມີນານີ້ຢູ່ຫໍສະມຸດແຫ່ງຊາດ ເພື່ອແນໃສ່ສົ່ງເສີມການອ່ານ, ສາມາດດຶງດູດເອົານ້ອງນັກຮຽນ, ນັກອ່ານ, ນັກຂີດຂຽນ, ນັກແຕ້ມແລະ ມວນຊົນເຂົ້າຮ່ວມຊົມເປັນຈໍານວນຫລາຍ, ອັນໄດ້ຊ່ວຍໃຫ້ເຂົາເຈົ້າໄດ້ຮຽນຮູ້ສິ່ງໃໝ່ໆໃນປື້ມອ່ານ, ພ້ອມທັງມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການຈາກນັກຂີດຂຽນ, ນັກແຕ້ມ, ນັກປະພັນຮຸ່ນອາວຸໂສນໍາດ້ວຍ.
ເຂົ້າຮ່ວມງານດັ່ງກ່າວມີທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ຂັນທະລີ ຍັງນຸວົງ ອຳນວຍການກໍສະໝຸດແຫ່ງຊາດ ແລະ ບັນຄູອາຈານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ໂຄງການສົ່ງເສີມການອ່ານ, ແມ່ນເພື່ອໃຫ້ເດັກນ້ອຍມີຄວາມສົນໃຈໃນການອ່ານ ແລະ ເຫັນຄວາມສໍາຄັນຂອງການອ່ານ, ເພື່ອສ້າງຄວາມເພີດເພີນໃນການອ່ານ, ເກີດຄວາມມຸ້ງໝັ້ນທີ່ຈະອ່ານ ແລະ ອ່ານໃຫ້ເປັນນິໄສ. ປະໂຫຍດຂອງກິດຈະກຳສົ່ງເສີມການອ່ານທີ່ໄດ້ແມ່ນສ້າງແຮງບັນດານໃຈຄວາມຢາກອ່ານ ເພື່ອຈະໄດ້ຮູ້ເລື່ອງຕ່າງໆ, ເພື່ອເປີດໂລກຄວາມຄິດທີ່ກວ້າງໄກຈາກການອ່ານຂອງເຂົາເຈົ້າ, ທັງຊ່ວຍໃຫ້ເຂົາເຈົ້າກ້າສະແດງອອກໃນການສະແດງຕ່າງໆ.
ທ່ານຮອງລັດຖະມົນຕີ ກ່າວວ່າ: ນີ້ເປັນກິດຈະກຳທີ່ດີທີ່ຈະຊ່ວຍເສີມສ້າງຄວາມຮູ້ໃຫ້ແກ່ຄົນລາວ, ໂດຍສະເພາະນັກຮຽນ-ນັກສຶກສາ, ຊາວໝຸ່ມ-ເຍົາວະຊົນ ສາມາດເຂົ້າເຖິງແຫລ່ງຄວາມຮູ້ຈາກປື້ມ ແລະ ຮຽນຮູ້ປະສົບການໃໝ່ໆ ເຮັດໃຫ້ມີແນວຄິດແຕກສານກວ້າງໄກ ກາຍເປັນຄົນທີ່ເກັ່ງ ແລະ ມີສະຕິປັນຍາດີ ແລະ ກາຍເປັນຊັບພະຍາກອນມະນຸດທີ່ດີເພື່ອພັດທະນາປະເທດໃນຕໍ່ໜ້າ.