ແລກປ່ຽນບົດຮຽນກ່ຽວກັບວຽກງານຂ່າວສານແມ່ຍິງລາວ


ໃນວັນທີ 27 ມີນານີ້, ກົມຂ່າວສານແມ່ຍິງລາວ ສູນກາງສະຫະພັນແມ່ຍິງລາວ, ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນເພື່ອພັດທະນາວຽກງານຂ່າວສານຂອງຕົນ, ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ທຸມມາລີ ວົງພະຈັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຊຶ່ງມີຜູ້ຕາງໜ້າກົມສື່ມວນຊົນ, ສະຖາບັນສື່ມວນຊົນ ແລະ ບັນດາບັນນາທິການຈາກສື່ອ້ອມຂ້າງສູນກາງເຂົ້າຮ່ວມນໍາດ້ວຍ. ເພື່ອແນໃສ່ພັດທະນາວຽກງານຂ່າວສານຂອງສູນກາງສະຫະພັນແມ່ຍິງລາວໃຫ້ມີຄຸນນະພາບດີຂຶ້ນໃນການສະເໜີບົດຂ່າວ, ບົດຂຽນຕ່າງໆ ເພື່ອສາມາດຕອບສະໜອງຂໍ້ມູນຂ່າວສານໃຫ້ສັງຄົມໄດ້ຢ່າງກວ້າງຂວາງ, ເປັນກໍາລັງແຮງກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວ.
ໃນກອງປະຊຸມໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດຂອງການພັດທະນາວຽກງານຂ່າວສານແມ່ຍິງໃນ 1 ປີຜ່ານມາ ແລະ ການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການສົ່ງ-ຮັບຂໍ້ມູນຂ່າວສານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ການປະສານງານ ລະຫວ່າງອົງການຕ່າງໆດ້ວຍກັນເພື່ອສາມາດເຂົ້າເຖິງຂໍ້ມູນຂ່າວສານ ຜ່ານສື່ເອເລັກໂຕຮນິກ, ສື່ແບບໃຫມ່ ໜັງສືພິມ ແລະ ວາລະສານຂອງແມ່ຍິງໃຫ້ມີຄວາມຫຼາກຫຼາຍ.