ໄຊຍະບູລີ ດຳເນີນກອງປະຊຸມກວດກາປະຈຳປີ 2017


ກອງປະຊຸມວຽກງານ ກວດກາ ທົ່ວແຂວງໄຊຍະບູລີ ປະຈຳປີ 2017 ໄດ້ຈັດຂຶ້ນ ໃນ ວັນທີ 27 ມີນາ ນີ້, ທີ່ເທສະບານ ແຂວງຂອງຕົນ ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າ ແຂວງໄຊຍະບູລີ, ມີຄະນະພັກ ແຂວງ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນ ແຂວງ, ເລຂາພັກເມືອງ 11 ເມືອງ, ແລະ ເລຂາໜ່ວຍພັກ ພະແນກການກົມກອງ, ຕ່າງໆ ອ້ອມຂ້າງ ແຂວງ ເຂົ້າຮ່ວມ ຢ່າງພ້ອມພຽງ.


+ ໄຂກອງປະຊຸມລັດຖະບານເປີດກ້ວາງຄັ້ງທີ 1 ປະຈຳປີ 2018 ຈັດຂຶ້ນທີ່ເມືອງວຽງໄຊ
+ ປີ 2018 ແຂວງ ໄຊຍະບູລີ ໄດ້ຮັບແຫລ່ງທຶນເພື່ອພັດທະນາ 73,66 ຕື້ກີບ
ໃນກອງປະຊຸມ ທ່ານ ດວງຕາ ໄຊວຸດ ປະທານຄະນະ ກວດ ກາພັກແຂວງ ໄດ້ຜ່ານ ຮ່າງບົດສະຫລຸບການເຄື່ອນ ໄຫວ ວຽກງານກວດກາ ຕະ ຫລອດໄລຍະ 1 ປີຜ່ານມາ ໂດຍໄດ້ເປັນເຈົ້າການນຳພາ ດຳເນີນຊີວິດການ ເມືອງປັບ ປຸງ, ປົວແປງພັກ, ໃນທົ່ວ ແຂວງສຳເລັດຜົນ ແລະ ສາ ມາດກວດພົບເຫັນປະກົດ ການຫຍໍ້ທໍ້ຕ່າງໆເກີດຂຶ້ນ 15 ກໍລະນີ ມີ 135 ສະຫາຍ, ສະ ມາຊິກພັກ ໄດ້ພົວພັນເຖິງ, ໃນນັ້ນຫລາຍກວ່າໝູ່ແມ່ນ ຢູ່ ປກສ ແຂວງ, ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ, ເມືອງປາກລາຍ, ເມືອງພຽງ, ເມືອງຄອບ, ເມືອງໄຊຍະ ບູລີ ແລະ ເມືອງໄຊສະຖານ ເຊັ່ນ: ປະລະໜ້າທີ່ບໍ່ປະຕິບັດ ຕາມຄໍາສັ່ງ, ຂາດຄວາມເປັນ ແບບຢ່າງ ແລະ ຂາດຄວາມ ຮັບຜິດຊອບ, ລະເມີດກົດໝາຍ ພະນັກງານ-ລັດຖະກອນ, ລະ ເມີດ ລະບຽບຂອງ ພັກ- ພົວພັນ ສັງຄົມຊູ້ສາວ, ຄອບຄົວບໍ່ມີ ຄວາມສະຫງົບ, ຂາດຮ່ວມຊີ ວິດພັກກາຍ 6 ເດືອນ, ຫລິ້ນກິນ ຟູມເຟືອຍ- ບັນຫາໜີ້ສິນຄຸມ ເຄື່ອ, ຖືກກຸ່ມຄົນບໍ່ດີຕົວະຢົວະ, ປອມແປງ ເອກະສານ, ສໍ້ໂກງ, ຮັບສິນບົນ, ຟອກເງິນ, ເຮັດໃຫ້ ສິ່ງຂອງສ່ວນລວມເສຍຫາຍ ແລະ ອື່ນໆ.
ນອກນີ້ຍັງ ໄດ້ເປັນເຈົ້າ ການຕິດຕາມ- ກວດກາການ ຈັດຕັ້ງປະຕິບັດ ແຜນ ພັດທະນາ ເສດຖະກິດ- ສັງຄົມ ແລະ ແຜນ ງົບປະມານ, ລາຍຮັບ- ລາຍ ຈ່າຍ ໃນໄລຍະຜ່ານມາ ເຫັນ ວ່າ ການເຕີບໃຫຍ່ທາງດ້ານ ເສດຖະກິດບັນລຸໄດ້ 8,5 % ລວມຍອດຜະລິດຕະພັນ ພາຍ ໃນເພີ່ມສູງຂຶ້ນ 8.234 ຕື້ກີບ, ສະເລ່ຍລາຍຮັບຂອງພົນລະ ເມືອງຜູ້ໜຶ່ງບັນລຸໄດ້ 21,3 ລ້ານກີບ, ເທົ່າກັບ 2.596 ໂດ ລາສະຫະລັດຕໍ່ຄົນຕໍ່ປີ.