YouTube ກຽມປັບວິທີການ Live ຜ່ານ YouTube ໃຫ້ເຮັດໄດ້ງ່າຍຂຶ້ນກວ່າເກົ່າ
ໂດຍຫາກຜູ້ໃຊ້ YouTube ຕ້ອງການ Live ໂດຍໃຊ້ຄອມພິວເຕີ PC ກ່ອນໜ້ານີ້ ຈະຕ້ອງໄດ້ຜ່ານຊອຟແວຣ໌ສະເພາະ (Live streaming encoder) ຫຼື ການກຽມການເປັນພິເສດ ແຕ່ຫຼັງຈາກນີ້ ພຽງເຂົ້າໄປທີ່ youtube.com/webcam ແລ້ວກົດ “Go Live” ເທົ່ານີ້ກໍພ້ອມ Live ໄດ້ທັນທີ ໂດຍບໍ່ຈໍາເປັນຕ້ອງໃຊ້ຊອຟແວຣ໌ອື່ນຊ່ວຍແຕ່ຢ່າງໃດ. ແນວໃດກໍຕາມ ຟີເຈີນີ້ຍັງໃຊ້ໄດ້ສະເພາະເບຣົາເຊີ Chrome ເທົ່ານັ້ນໃນຂະນະນີ້ ໂດຍ YouTube ລະບຸວ່າຈະຂະຫຍາຍບໍລິການໄປຍັງເບຣົາເຊີອື່ນຕໍ່ໄປ.
ນອກຈາກນີ້ ສໍາລັບ Live ເທິງໂທລະສັບນັ້ນ YouTube ລະບຸວ່າຈະສາມາດ Live ໄດ້ໂດຍກົງຜ່ານແອັບ, ກ້ອງໃນໂທລະສັບບາງຮຸ່ນ ຂອງ Asus, LG, Motorola, Nokia ແລະ Samsung ນອກຈາກນີ້ ຍັງມີເປົ້າໝາຍທີ່ຈະຂະຫຍາຍຟີເຈີນີ້ໄປຍັງໂທລະສັບຍີ່ຫໍ້ອື່ນຕະຫຼອດປີດ້ວຍ.






YouTube ລະບຸວ່າ ດ້ວຍການປັບປຸງຄັ້ງນີ້ຈະເຮັດໃຫ້ການ Live ເຮັດໄດ້ງ່າຍດາຍຂຶ້ນກວ່າເກົ່າ.