ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ

ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ - news201804181213313 - ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ
ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ - kitchen vibe - ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ

​ເດິ ຊັນ ສື່​ຂອງ​ອັງກິດ ລະບຸ ປອລ ປ໊ອກບາ ມິດ​ຟິລ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍັງ​ບໍ່​ຄິດ​ຈະ​ບອກ​ລາ​ທີ​ມ ​ເພາະ​ຕ້ອງການ​ພິສູດ​ຕົວ​ເອງ​ໃຫ້​ໄດ້  ​ເຊິ່ງຄົນ​ໃຫຍ່​ຄົນ​ໂຕ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ຍັງ​ບໍ່​ຢາກ​ຂາຍ​ລາວ​ອອກ​ໄປ​ເຊັ່ນ​ກັນ.

ປອລ ປ໊ອກບາ ກອງ​ກາງຄົນ​ດັງ​ຂອງ ​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ສະ​ໂມ​ສອນ​ຍັກ​ໃຫຍ່​ແຫ່ງ ພຣີ​ເມຍ​ລີກ ອັງກິດ ຍັງ​ຢາກ​ຢູ່​ກັບ​ທີ​ມຕໍ່​ໄປ ​ເພ່ືອ​ຈະ​ພິສູດ​ຝີ​ຕີນ​ຂອງ​ຕົນ​ເອງ​ໃຫ້​ໄດ້ ຕາມ​ລາຍ​ງານ​ຂອງ ​ເດິ​ ຊັນ ສື່​ຊື່​ດັງ​ຂອງ​ອັງກິດ.

ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ - Visit Laos Visit SALANA BOUTIQUE HOTEL - ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ

ອະນາຄົດ​ຂອງ ປ໊ອກບາ ​ເປັນ​ບັນຫາ​ຮ້ອນ​ທີ່​ຫລາຍ​ຄົນ​ເວົ້າ​ເຖິງ​ຕະຫລອດ​ໄລຍະ​ຫລາຍ​ເດືອນ​ຜ່ານ​ມາ ພາຍຫລັງ​ລາວ​ບໍ່​ຄ່ອຍ​ດີ​ໃນ​ຫລາຍ​ນັດ ​ແລະ ຍັງ​ລື​ກັນ​ວ່າ ການ​ພົວພັນ​ຂອງ​ລາວ​ກັບ ​ໂຊ​ເຊ ມູຣິນ​ໂຢ ຜູ້​ຈັດການ​ທີ​ມຊາວ​ໂປຣຕຸ​ກີ​ສຢູ່​ໃນ​ຂັ້ນຊຸດ​ໂຊມ.

ທັງ​ນີ້ ​ໃນ​ເກ​ມນັດ​ທີ່ ​​ແມນ​ເຊັສ​ເຕີ ຢູ​ໄນ​ເຕັດ ​ເສຍ​ໃຫ້ ​ເວສ​ບຣອມວິຊ ອັລປ້ຽນ 0-1 ຄາ​ສະໜາມ ​ໂອລ ​ແທຣ໊ຟຟອດ ​ແບບ​ສຸດຊ໊ອກ ​ໃນ​ວັນ​ທີ 15 ​ເມສາ​ຜ່ານ​ມານັ້ນ ປ໊ອກບາ ກໍ​ຖືກ​ປ່ຽນ​ຕົວ​ອອກ​ຈາກ​ເກ​ມອີກ​ຄັ້ງ ຈົນ​ເຮັດ​ໃຫ້​ອະນາຄົດ​ຂອງ​ລາວ​ກັບ​ທີ​ມມືດ​ມົນ​ລົງ​ອີກ ​ແລະ ບໍ່​ດົນ​ຫລັງ​ຈາກ​ນັ້ນ ກໍ​ມີ​ລາຍ​ງານ​ລະບຸ​ວ່າ ມູຣິນ​ໂຢ ພ້ອມ​ຈະ​ປ່ອຍ​ລາວ​ອອກ​ຈາກ​ທີ​ມ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ຫລ້າ​ສຸດ ​ເດິ ຊັນ ລະບຸ​ວ່າ ອະດີດ​ນັກ​ເຕະ ຢູ​ເວນ​ຕຸ​ສ ຍັງ​ບໍ່​ຄິດ​ຈະ​ໄປ​ບ່ອນ​ໃດ ​ເພາະ​ລາວ​ຢາກ​ສະ​ແດງ​ຜົນງານ​ກັບ​ທີ​ມ​ໃຫ້​ໄດ້ ​ເຊິ່ງນັ້ນຖື​ວ່າ​ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ຜູ້​ບໍລິຫານ​ຂອງ ​ແມນ​ເຊ​ັສ​ເຕີ ຢູ​ໄນ​ເຕັດ ​ເພາະ​ພວກ​ເຂົາ​ຍັງ​ບໍ່​ຢາກ​ປ່ອຍ​ນັກ​ເຕະອາຍຸ 25 ປີ​ອອກ​ໄປ​ຄື​ກັນ ຫລັງ​ຈາກ​ທຸ່ມ​ເງິນ​ໃນ​ເບື້ອງຕົ້ນສູງ​ເຖິງ 105 ລ້ານ​​ເອີ​ໂຣ ​ໃນ​ການ​ດຶງ​ ປ໊ອກບາ ກັບ​ມາ​ຢູ່​ກັບ​ທີ​ມ.

ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ - 4 - ຂໍພິສູດຕົວເອງ ! ປ໊ອກບາ ບໍ່ໜີ ແມນຢູ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!