ສະຖານທູດລາວ ທີ່ບາງກອກ ສະເຫລີມສະຫລອງປີໃໝ່ລາວ ພສ 2561
ວັນທີ 13 ເມສາ 2018, ຢູ່ທີ່ບາງກອກ; ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ໄດ້ຈັດງານສະເຫລີມສະຫລອງສົ່ງທ້າຍປີເກົ່າ ພສ 2560 ແລະ ຕ້ອນຮັບວັນ ຂຶ້ນປີໃໝ່ ພສ 2561 ຂຶ້ນຢ່າງຄຶກຄື້ນມ່ວນຊື່ນ ເຊິ່ງ ເຕັມໄປດ້ວຍຄວາມໝາຍສໍາຄັນອັນເລິກເຊິ່ງ, ໂດຍ ການເປັນອົງປະທານຂອງ ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ເຊິ່ງມີ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ສ ປ ປ ລາວ ພ້ອມດ້ວຍ ພັນລະຍາ; ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງລາຊະອາ ນາຈັກໄທ; ປະທານສະມາຄົມລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບ; ທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາລາຊະອານາຈັກໄທ ພ້ອມດ້ວຍພັນລະຍາ; ເຈົ້າໜ້າທີ່ ສໍານັກພະລາຊະວັງ; ບັນດາພະນັກງານສະຖານທູດ, ກົງສຸນໃຫຍ່ລາວປະຈໍາຂອນແກ່ນ, ພ້ອມດ້ວຍ ແຂກທີ່ມີກຽດທັງ ພາກລັດ – ເອກະຊົນທັງລາວ ແລະ ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.
ໃນໂອກາດອັນສະຫງ່າລາສີນີ້, ສະຖານທູດ ໄດ້ຈັດພິທີບາສີສູ່ຂວັນ ໃຫ້ແກ່ສົມເດັດ ພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ເພື່ອເປັນສີລິມຸງຄຸນໃນໂອກາດວັນປີໃໝ່; ພ້ອມດຽວກັນນັ້ນ ເພື່ອເປັນກຽດໃນພິທີອັນສະຫງ່າລາສີນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີວ່າການກະ ຊວງການຕ່າງປະເທດ ຍັງໄດ້ກ່າວອວຍພອນໄຊອັນປະເສີດແດ່ສົມເດັດພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແລະ ອວຍພອນໃຫ້ສາຍພົວພັນລະຫວ່າງສອງປະເທດລາວ-ໄທ ຈົ່ງນັບ ມື້ຈະເລີນງອກ ງາມຍິ່ງຂຶ້ນ ເລື້ອຍໆໄປ.
ໂອກາດນີ້, ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດລາວ ປະຈຳລາຊະອານາຈັກໄທ ໄດ້ຍົກໃຫ້ເຫັນວ່າ: “ການສະເຫລີມສະຫລອງບຸນປີໃໝ່ ພສ 2561 ຄັ້ງນີ້ ມີຂຶ້ນໃນບັນຍາກາດ ທີ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລາຊະອານາຈັກໄທ, ເຊິ່ງເປັນບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ ແລະ ບ້ານແກ່ວເມືອງດອງ ທີ່ມີຮີດຄອງປະເພນີ, ວັດທະນະທຳ, ພາສາ, ສາດສະໜາ ແລະ ການດຳລົງຊີວິດທີ່ຄ້າຍຄືກັນນັ້ນ ພວມເບັ່ງບານ ແລະ ກ້າວຂຶ້ນສູ່ລະດັບທີ່ດີງາມ ໂດຍທັງສອງຝ່າຍໄດ້ມີການແລກປ່ຽນການພົບປະຢ້ຽມຢາມຊຶ່ງກັນແລະກັນໃນຫລາຍລະດັບ: ທັງພາກລັດຖະບານ, ພາກທຸລະກິດ ແລະ ພາກປະຊາຊົນ ເຮັດໃຫ້ການຮ່ວມມືສອງຝ່າຍ ທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະ ທຳ-ສັງຄົມ ແລະ ດ້ານການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ ເພື່ອເຊື່ອມໂຍງເຂົ້າຫາກັນນັ້ນ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງ ເອື້ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ໄທ ສາມາດເດີນທາງໄປຢ້ຽມຢາມທ່ອງທ່ຽວ ແລະ ທຳບຸນກຸສົນຮ່ວມກັນ ໄດ້ຢ່າງສະດວກສະບາຍ.
ທ່ານຍັງຖືໂອກາດນີ້ສະແດງຄວາມຮູ້ບຸນຄຸນ ແດ່ພະບໍຣົມມະຫາຣາຊະວັງ, ລັດຖະບານ ແລະ ປະ ຊາຊົນໄທ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອແກ່ ສປປ ລາວ ໃນຫລາຍດ້ານ ເຊັ່ນ: ບັນດາໂຄງການພະຣາຊະດຳຣິຂອງສົມເດັດພະເທບ, ການຮ່ວມມືທາງດ້ານທຸລະກິດ-ການຄ້າ, ການລົງທຶນ, ດ້ານວັດທະນະທຳສັງຄົມ ແລະ ດ້ານອື່ນໆ, ເຊິ່ງເປັນການປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມສູງຂຶ້ນ.
ພ້ອມນີ້, ສະຖານເອກອັກຄະລັດຖະທູດ ຍັງໄດ້ຈັດໃຫ້ມີການສະແດງສິລະປະຈາກກອງສິລະ ປະກອນກະຊວງປ້ອງກັນຄວາມສະຫງົບຂອງ ສປປ ລາວ, ກອງທັບບົກໄທ ແລະ ມ່ວນຊື່ນຟ້ອນ ລໍາວົງລາວ ດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ຕັ້ງແຕ່ຕົ້ນຕະຫລອດປາຍ.