ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ

ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ - 031904 2018 - ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ
ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ - kitchen vibe - ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ

     – ການແພ້ຢາ ແມ່ນປະຕິກິລິຍາທີ່ຮ່າງກາຍຕອບສະໜອງຕໍ່ຢາຜ່ານລະບົບພູມຕ້ານທານ ເມື່ອມີສິ່ງແປກປອມເຂົ້າສູ່ຮ່າງກາຍຈະເກີດການກະຕຸ້ນລະບົບພູມຕ້ານທານໃຫ້ສ້າງສານອອກມາເພື່ອທຳລາຍສິ່ງແປກປອມນັ້ນ, ຂະບວນການດັ່ງກ່າວເຮັດໃຫ້ເກີດອາການແພ້ໃນລັກສະນະຕ່າງໆ ໄດ້ແກ່ : ຕຸ່ມຜື່ນ, ຮີມສົບບວມ, ເປືອກຕາບວມ ຫລື ໃນບາງຄົນອາດມີການແພ້ທີ່ຮຸນແຮງ ເຊັ່ນ : ເປັນຕຸ່ມ ຜື່ນ, ຜິວໜັງລອກ, ຄວາມດັນເລືອດຕໍ່າ ແລະ ຢຸດຫາຍໃຈ.

     – ແພ້ຢາຊຳ້ເກີດຂຶ້ນໄດ້ແນວໃດ ? ເທື່ອທຳອິດທີ່ຮ່າງກາຍໄດ້ຮັບຢາ ຈະເກີດການກະຕຸ້ນແຊນບາງຊະນິດໃຫ້ກາຍເປັນ memory cell ເພື່ອຈື່ຈຳຢາຊະນິດນັ້ນໄວ້ ດັ່ງນັ້ນ ເມື່ອຮ່າງກາຍໄດ້ຮັບຢາຊະນິດນັ້ນໃນເທື່ອຕໍ່ມາ ປະຕິກິລິຍາຕອບສະໜອງທາງພູມຕ້ານທານຈຶ່ງເກີດໄດ້ໄວກ່ວາໃນເທື່ອທຳອິດ ເຮັດໃຫ້ອາການແພ້ຢາເກີດຂຶ້ນໄດ້ຫລັງຈາກໃຊ້ຢາໃນທັນທີ, ເປັນມື້ ຫລື ອາດເປັນອາທິດ ຂຶ້ນຢູ່ກັບກົນໄກໃນການແພ້ແຕ່ລະຊະນິດ ໂດຍການຈັດການທີ່ເໝາະສົມໃນແພ້ຢາແມ່ນໃຫ້ຢຸດໃຊ້ຢານັ້ນ ທັນທີ ແລະ ຫ້າມໃຊ້ຢານັ້ນອີກ.

ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ - Visit Laos Visit SALANA BOUTIQUE HOTEL - ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ

     – ຢາໃນກຸ່ມດຽວກັນຈະມີໂອກາດແພ້ນຳຫລືບໍ່ ? ເນື່ອງຈາກໂຄງສ້າງຂອງຢາທີ່ເຮັດໜ້າທີ່ເປັນໂຕກະຕຸ້ນ (antigen) ເຮັດໃຫ້ເກີດການສ້າງສານຕໍ່ຕ້ານຈາກຮ່າງກາຍ ອາດຈະເປັນໂຄງສ້າງສ່ວນໃດສ່ວນນໜຶ່ງຂອງໂມເລກຸນຢາ ດັ່ງນັ້ນການແພ້ຢາທີ່ຢູ່ໃນກຸ່ມດຽວກັນຈຶ່ງເກີດຂຶ້ນໄດ້ ໂດຍເອີ້ນການແພ້ຢາທີ່ມີໂຄງສ້າງໃກ້ຄຽງກັນໃນລັກສະນະນີ້ວ່າການແພ້ຢາຂ້າມກັນ (cross reactivity).

ກຸ່ມຢາທີ່ພົບການແພ້ຢາຂ້າມກັນຫລາຍທີ່ສຸດໄດ້ແກ່ : ຢາປິ່ນປົວໃນກຸ່ມເບຕ້າແລກແຕມ (beta lactams), ຊັລໂຟນາໄມ (sul fonamides), ຢາແກ້ປວດ ຫລື ຢາຕ້ານການອັກເສບທີ່ບໍ່ແມ່ນສະເຕຍຣອຍ (NSAIDs) ແລະ ກຸ່ມຢາກັນຊັອກ ໂດຍຢາທີ່ມີໂຄງສ້າງຄ້າຍຄືກັນອາດມີການແພ້ຢາຂ້າມກັນໄດ້, ແຕ່ແນວໃດກໍຕາມ ການແພ້ຢາຂ້າມກັນບາງກໍລະນີບໍ່ໄດ້ເກີດຈາກປະຕິກິລິຍາການແພ້ ແຕ່ເປັນຜົນຈາກທາງການຢາຂອງຢາເອງ ເນື່ອງຈາກຢາໃນກຸ່ມດຽວກັນມັກຈະມີລິດທາງຢາວິທະຍາໃກ້ຄຽງກັນ ໂດຍບໍ່ໄດ້ກ່ຽວພັນກັບສູດໂຄງສ້າງ ຫາກອາການເຫລົ່ານັ້ນເກີດຈາກຜົນຂ້າງຄຽງຂອງຢາ ກໍບໍ່ຈຳເປັນຕ້ອງຢຸດຢາ ຫລື ຫ້າມໃຊ້ຢານັ້ນ.

     – ແພ້ຢາຊຳ້ ປ້ອງກັນໄດ້ແນວໃດ ? ສຳລັບແນວທາງປະຕິບັດຂອງຄົນປ່ວຍທີ່ໄດ້ຮັບການບົ່ງມະຕິວ່າແພ້ຢາ ຄົນປ່ວຍຈະໄດ້ຮັບບັດແພ້ຢາຈາກໂຮງໝໍ ຫລື ສະຖານພະຍາບານ, ຄົນປ່ວຍຄວນພົກພາບັດແພ້ຢາຕິດໂຕ ແລະ ສະແດງບັດແພ້ຢາທຸກໆເທື່ອເມື່ອເຂົ້າຮັບການກວດປິ່ນປົວ ຫລື ຮັບຢາ ລວມທັງມີຂໍ້ຄວນປະຕິບັດດັ່ງນີ້ :

  1. ພະຍາຍາມຈື່ຊື່ຢາທີ່ເຄີຍແພ້.
  2. ສອບຖາມຊື່ຢາ, ສັບພະຄຸນຂອງຢາ ແລະ ວິທີໃຊ້ຢ່າງລະອຽດເມື່ອຕ້ອງໃຊ້ຢາໃດໆກໍຕາມ.
  3. ບອກແພດຜູ້ປິ່ນປົວ, ຜູ້ຈ່າຍຢາ ຫລື ເອົາບັດແພ້ຢານີ້ໄປສະແດງທຸກເທື່ອທີ່ຊື້ຢາມາກິນເອງ.
  4. ຫລີກເວັ້ນຢາ ຫລື ກຸ່ມຢາທີ່ເຄີຍແພ້, ຫລີກເວັ້ນການໃຊ້ຢາທີ່ບໍ່ຮູ້ຊື່, ຢາຊຸດ ຫລື ຢາຊອງ.
  5. ຫາກມີອາການຜິດປົກກະຕິ ຫລື ສົງໄສວ່າແພ້ຢາໃດ ໃຫ້ຢຸດຢາທັນທີ ແລະ ເອົາໂຕຢ່າງຢາດັ່ງກ່າວມາປຶກສາແພດ ເນື່ອງຈາກອາການແພ້ຢານັ້ນອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້.
ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ - 5 - ສິ່ງທີ່ທ່ານຄວນຮູ້ກ່ຽວກັບການປ້ອງກັນອາການແພ້ຢາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!