ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສປປ ລາວ ປະຈຳ ສສ ຫວຽດນາມເຮັດວຽກກັບກອງບັນຊາການທະຫານເຂດ 2, 4 ແລະ 5

ໃນວັນທີ 16 ເມສານີ້, ກອງບັນຊາການທະຫານເຂດ 5 ນະຄອນດ່າໜັງ, ທ່ານພົນໂທ ດວ່ານກຽວ ຮອງຜູ້ບັນຊາການທະຫານເຂດ 5 ໄດ້ຕ້ອນຮັບທ່ານ ພັນເອກ ບາງສີ ໄຊສົມໂຄດ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ. ໃນໂອກາດນີ້, ສອງຝ່າຍໄດ້ລາຍງານສະພາບການກ່ຽວກັບຄວາມສະຫງົບ, ການເມືອງໃນພື້ນທີ່ຮັບຜິດຊອບໃຫ້ກັນຊາບ, ພິເສດແມ່ນຜົນການຮ່ວມມືຊ່ວຍເຫລືອຂອງ ກອງບັນຊາການທະຫານເຂດ 5 ກັບ 4 ແຂວງພາກໃຕ້ຂອງລາວ ແລະ ໂຮງຮຽນນາຍທະຫານເລກ 2 ວຽງໄຊ ໃນການກໍ່ສ້າງກຳລັງ, ພື້ນຖານການເມືອງ, ຊ່ວຍເຫລືອປະຊາຊົນລາວໃນການລຶບລ້າງຄວາມທຸກຍາກ, ພັດທະນາເສດຖະກິດ, ຮັບປະກັນດ້ານຄວາມສະຫງົບປອດໄພດ້ານການເມືອງ ແລະ ສັງຄົມ ຕາມຊາຍແດນ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈທີ່ເຫັນວ່າການຮ່ວມມືລະຫວ່າງສອງກອງທັບເວົ້າລວມ, ເວົ້າສະເພາະແມ່ນທະຫານເຂດ 5 ກັບບັນດາແຂວງພາກໃຕ້ຂອງລາວໃນການຕ້ານກົນອຸບາຍມ້າງເພຂອງອິດທິກຳລັງປໍລະປັກ, ພ້ອມກັນພັດທະນາເສດຖະກິດ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຕາມຊາຍແດນ, ພ້ອມກັນປົກປັກຮັກສາເຂດຊາຍແດນ ເພື່ອເຮັດໃຫ້ເປັນຊາຍແດນແຫ່ງສັນຕິພາບ, ພ້ອມກັນເພີ່ມພູນຄຸນສ້າງຄວາມສາມັກຄີທີ່ເປັນມູນເຊື້ອ ແລະ ການຮ່ວມມືພິເສດຮອບດ້ານລະຫວ່າງລາວ-ຫວຽດນາມໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ກ່ອນໜ້ານັ້ນ, ທ່ານຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ກໍໄດ້ເຂົ້າພົບປະກັບທ່ານທ່ານພົນໂທ ຮ່າເຕິນຕຽນ ຮອງຜູ້ບັນຊາການທະຫານເຂດ 4 ແລະ ທ່ານພົນໂທ ຮວ່າງງອກ ຢຸງ ຮອງຜູ້ບັນຊາການທະຫານເຂດ 2, ໂດຍສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືໃນວຽກງານປົກປັກຮັກສາຄວາມສະຫງົບຕາມຊາຍແດນ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານຕ່າງໆ ເພື່ອສ້າງຄວາມສະຫງົບສຸກໃຫ້ກັບປະຊາຊົນສອງຊາດນັບຫລາຍຂຶ້ນ.