ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ

ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ - pst - ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ
ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ - kitchen vibe - ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ

​ເມື່ອ​ທ້າຍ​ອາທິດ​ຜ່ານ​ມານີ້, ​ເຈົ້າໜ້າທີ່ ປກສ ​ເມືອງສີ​ສັດຕະ​ນາກນະຄອນ ຫລວງ​ວຽງຈັນ, ​ໄດ້​ມອບ​ລົດຈັກຈຳນວນ 10 ຄັນທີ່​ຖືກ​ຄົນ​ຮ້າຍ​ລັກ​ໄປ​ຄືນ​ໃຫ້​ເຈົ້າຂອງ​ເດີມ, ໂດຍ​ທ່ານພັນຕີ​ ຈັນທະ​ຈອນ ຫົວໜ້າຫ້ອງການ​ສືບສວນ-ສອບ​ສວນ ປກສ ​ເມືອງ​ດັ່ງກ່າວ​ເປັນ​ຜູ້​ມອບ.

ເຈົ້າໜ້າທີ່​ ໃຫ້​ຮູ້​ວ່າ: ​ໃນ​ປີ 2017 ຜ່ານ​ມາ, ມີ​ສະພາບ​ລົດ​​ເສຍ​ເກີດ​ຂຶ້ນຫລາຍ​ໂດຍ​ສະ​ເພາະ​ຢູ່​ໃນ​ເມືອງ​ສີ​ສັດຕະ​ນາກ, ສະ​ນັ້ນ​ ເຈົ້າໜ້າທີ່​ຈຶ່ງ​ໄດ້ຮີບ​ຮ້ອນ​ແກ້​ໄຂ​ ​ແລະ ສາມາດ​ຈັບ​ກຸ່ມ​ແກ້ງ​ລັກລົດຈັກ​ໄດ້ 9 ກຸ່ມ​ໃຫຍ່ຄື: ກຸ່ມ​ທ້າວ ​ແນ່​ງ ຢູ່ ບ້ານທົ່ງ​ພານ​ທອງ​ເມືອງສີ​ສັດຕະ​ນາກນະຄອນຫລວງ​ວຽງຈັນ ພ້ອມໝູ່ 3 ຄົນ ​ແລະ ​ເກັບ​ກູ້​ລົດ​ມາ​ໄດ້ 5 ຄັນ, ພ້ອມ​ນີ້ ຍັງ​ໄດ້​ຂະຫຍາຍ​ຜົນ ​ແລະ ສືບຕໍ່​ແກ້​ໄຂ​ຜູ້​ຮ່ວມ​ຂະ​ບວນການ, ຊຶ່ງ​ໃນ​ຕົ້ນ​ເດືອນ​ມີນາຜ່ານ​ມານີ້, ສາມາດ​ຈັບ​ຕົວ​ຜູ້​ຮ່ວມ​ຂະ​ບວນການ​ໄດ້​ຕື່ມ​ອີກ 3 ຄົນ, ຊຶ່ງ​ປັດຈຸບັນ​ເຈົ້າໜ້າທີ່​ພວມ​ເລັ່ງສືບສວນ-ສອບ​ສວນ​ຂະຫຍາຍ​ຜົນ​ຫາ​ຜູ້​ຮ່ວມ​ຂະ​ບວນການ​ມາ​ດຳ​ເນີນ​ຄະດີ​ໃຫ້​ໄດ້​ໂດຍ​ໄວ.

ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ - Visit Laos Visit SALANA BOUTIQUE HOTEL - ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ

​ເຈົ້າໜ້າທີ່​ ໃຫ້​ຮູ້​ວ່າ: ​ໃນ​ປີ 2017 ຜ່ານ​ມາຢູ່ນະຄອນຫລວງ​ວຽງຈັນມີ​ປະກົດ​ການ​ຫຍໍ້​ທໍ້​ເກີດ​ຂຶ້ນກວ່າ 1.500 ​ເລື່ອງ, ພົ້ນ​ເດັ່ນ​ແມ່ນ​ບັນຫາ​ລັກ​ຊັບ, ມົ້ວ​ສຸມ​ຢາ​ເສບ​ຕິດ, ຊຶ່ງ​ມີ​ລົດຈັກ​ເສຍ​ກ່ວາ 200 ຄັນ, ລົດ​ໃຫຍ່ 10 ກວ່າ​ຄັນ ​ແລະ ຊັບ​ສິນ​ອື່ນໆ.

ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ - 3 - ປກສ ເມືອງ​ສີ​ສັດຕະ​ນາກມອບ​ຊັບ​ຄືນ​ເຈົ້າ​ຂອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!