ຈຳຄຸກ 15 ປີອະດີດປະທານສະພາອິນໂດເນເຊຍ ຂໍ້ຫາສໍ້ໂກງເງິນເຮັດບັດປະຈຳຕົວ

ສານອິນໂດເນເຊຍຕັດສິນຈຳຄຸກ 15 ປີ ທ່ານ ເຊຕຍາ ໂນວັນໂຕ ອະດີດປະທານລັດຖະສະພາ ຂໍ້ຫາເຮັດໃຫ້ລັດເສຍຫາຍປະມານ 170 ລ້ານໂດລາສະຫະລັດ ເພາະຮ່ວມສໍ້ໂກງເງິນໃນໂຄງການເຮັດບັດປະຈຳຕົວເອເລັກໂຕຣນິກທົ່ວປະເທດ.
ປະທານຄະນະຜູ້ພິພາກສາຈາກາຕາ ກ່າວວ່າ: ຈຳເລີຍມີຄວາມຜິດໃນຂໍ້ຫາຮ່ວມກັນທຸຈະລິດ ຈຶ່ງຕັດສິນຈຳຄຸກ 15 ປີ ປັບໄໝ 36.000 ໂດລາສະຫະລັດ, ຫ້າມຮັບຕຳແໜ່ງລັດຖະກອນເປັນເວລາ 5 ປີຫລັງພົ້ນໂທດຈຳຄຸກ ແລະ ຕ້ອງໃຊ້ແທນເງິນສ່ວນທີ່ທ່ານໂກງໄປ 7,3 ລ້ານໂດລາສະຫະລັດ. ຜູ້ພິພາກສາໃຊ້ເວລາກວ່າ 3 ຊົ່ວໂມງອ່ານເອກະສານປະກອບຄຳພິພາກສາ ລວມທັງຄຳອະທິບາຍສະຖານທີ່ທີ່ທ່ານນັດພົບ ເພື່ອແບ່ງເງິນທີ່ໄດ້ຈາກການບວກເພີ່ມເຂົ້າໄປໃນໂຄງການເຮັດບັດປະຈຳຕົວເອເລັກໂຕຣນິກ, ທ່ານຖືກກ່າວຫາວ່າ ເປັນຜູ້ສັ່ງການແຜນໂກງເງິນລັດ 173 ລ້ານໂດລາສະຫະລັດ ຄິດເປັນເກືອບ 40% ຂອງງົບປະມານທັງໝົດໃນໂຄງການຈັດຊື້ຈັດຈ້າງເຮັດບັດປະຈຳຕົວເອເລັກໂຕຣນິກທົ່ວປະເທດ ປີ 2011.
ໄອຍະການເຊິ່ງໄດ້ສອບປາກຄຳພະຍານທັງໝົດ 80 ຄົນ ຂໍໃຫ້ສານຕັດສິນຈຳຄຸກບໍ່ຕໍ່າກວ່າ 16 ປີ, ຂະນະທີ່ທ່ານ ໂນວັນໂຕ ອາຍຸ 62 ປີ ບໍ່ສະແດງອາການໃດໆລະຫວ່າງທີ່ຜູ້ພິພາກສາອ່ານຄຳຕັດສິນ ແລະ ແຈ້ງຕໍ່ສານຫລັງຫາລືກັບທະນາຍຄວາມວ່າ: ຂໍເວລາພິຈາລະນາວ່າຈະຍື່ນອຸທອນ ຫລື ບໍ່.