ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການແກ້ໄຂ ບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ


ກອງປະຊຸມຖອດຖອນ ບົດຮຽນ ລະຫວ່າງ ຄະນະວິ ຊາການປະສົມສູນກາງ ແລະ ໜ່ວຍວິຊາການປະສົມ ແຂວງບໍລິຄໍາໄຊ ກ່ຽວກັບ ການຈັດຕັ້ງປະຕິບັດຂໍ້ຕົກລົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດ ນາມ ວ່າດ້ວຍການແກ້ໄຂ ບັນຫາຜູ້ຍົກຍ້າຍຕັ້ງພູມລໍາ ເນົາຕາມລໍາພັງໃຈ ແລະ ສ້າງ ຄອບຄົວບໍ່ຖືກລະບຽບຢູ່ ຕາມບໍລິເວນຊາຍແດນລາວ-ຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 26 ເມສາ ຜ່ານມາ, ທີ່ເມືອງປາກຊັນ, ແຂວງ ບໍ ລິຄໍາໄຊ, ໂດຍການເປັນປະ ທານຮ່ວມຂອງ ທ່ານ ແສງ ເພັດ ຮຸ່ງບຸນຍວງ ຮອງລັດ ຖະມົນກະຊວງການຕ່າງ ປະເທດ ແລະ ທ່ານ ບຸນມາ ບຸຈະເລີນ ຮອງເຈົ້າແຂວງ ບໍລິຄໍາໄຊ; ມີບັນດາຜູ້ຕາງ ໜ້າຈາກພາກສ່ວນທີ່ກ່ຽວ ຂ້ອງຂອງຄະນະວິຊາການປະສົມຈັດຕັ້ງປະຕິບັດຂໍ້ ຕົກລົງ, ໜ່ວຍວິຊາການ ປະສົມຈັດຕັ້ງປະຕິບັດຂໍ້ຕົກ ລົງຂັ້ນແຂວງ, ເຈົ້າເມືອງ- ເມືອງຄໍາເກີດ, ເມືອງວຽງ ທອງ, ເມືອງບໍລິຄັນ ແລະ ພະແນກການຕ່າງໆທີ່ ກ່ຽວຂ້ອງຈາກແຂວງເຂົ້າ ຮ່ວມຢ່າງພ້ອມພຽງ.
+ ຊາວໜຸ່ມແຂວງຄຳມ່ວນມອບເຄື່ອງໃຫ້ອ້າຍນ້ອງທະຫານຊາຍແດນ
+ 4 ແຂວງຊາຍແດນລາວ-ຫວຽດນາມເພີ່ມທະວີຮ່ວມມືວຽກງານປ້ອງກັນຄວາມສະຫງົບ
ກອງປະຊຸມຄັ້ງນີ້, ໄດ້ ຮ່ວມກັນສະຫຼຸບ ແລະ ຖອດ ຖອນບົດຮຽນກ່ຽວກັບ ຄວາມຄືບໜ້າ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດຂໍ້ຕົກລົງ ດັ່ງກ່າວ ໃນໄລຍະຜ່ານ ມາ, ໂດຍສະເພາະການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງ ໜ່ວຍວິຊາການປະສົມ ແຂວງ ບໍລິຄໍາໄຊ ຊຶ່ງສັງ ເກດຕີລາຄາ ໄດ້ດັ່ງນີ້: ຜ່ານມາໜ່ວຍວິຊາ ການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງແຂວງໄດ້ ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການເກັບກໍາຂໍ້ມູນ ທັງຝ່າຍດຽວ ແລະ ສອງຝ່າຍ ຮ່ວມກັບ ແຂວງເຫງະອານ ແລະ ໄດ້ແກ້ໄຂຜູ້ຍົກຍ້າຍຕັ້ງ ພູມລໍາເນົາຈໍານວນ 31 ຄອບ ຄົວ, ຈໍານວນ 244 ຄົນໃຫ້ ເຂົ້າເປັນພົນລະເມືອງລາວ ຕາມເງື່ອນໄຂທີ່ໄດ້ກໍານົດ ໄວ້ໃນ ຂໍ້ຕົກລົງລະຫວ່າງລັດ ຖະບານ ສປປ ລາວ ແລະ ສສ ຫວຽດນາມ. ແຕ່ເຖິງຢ່າງໃດ ກໍຕາມ, ບັນຫາຄົງຄ້າງທີ່ຈະ ຕ້ອງໄດ້ຮັບການແກ້ໄຂໃນຕໍ່ໜ້າແມ່ນຂອດການປະສານ ງານລະຫວ່າງພາກສ່ວນ ກ່ຽວຂ້ອງຂອງສູນກາງ, ແຂວງ, ເມືອງ ແລະ ບ້ານ.
ສໍາລັບທິດທາງແຜນ ການໃນຕໍ່ໜ້າ, ທ່ານ ຮອງ ລັດຖະມົນກະຊວງການຕ່າງ ປະເທດ ໄດ້ມີຄໍາເຫັນແນະ ນໍາໃຫ້ຜູ້ຕາງໜ້າທີ່ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ຈົ່ງພ້ອມ ກັນເອົາໃຈໃສ່ຢ່າງຕັ້ງໜ້າ ແລະ ດ້ວຍຄວາມຮັບຜິດ ຊອບສູງໃນການປະຕິບັດໜ້າ ທີ່ການເມືອງຂອງຕົນເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດ ຂໍ້ຕົກລົງສໍາເລັດຕາມແຜນ ການທີ່ໄດ້ວາງໄວ້; ໃຫ້ອໍາ ນາດການປົກຄອງທຸກຂັ້ນ ນັບແຕ່ສູນກາງຮອດທ້ອງ ຖິ່ນຈົ່ງເພີ່ມທະວີການປະສານສົມທົບກັນໃຫ້ແໜ້ນ ແຟ້ນ; ບັນດາເມືອງທີ່ກ່ຽວ ຂ້ອງຕ້ອງເອົາໃຈໃສ່ເຮັດ ວຽກງານການເມືອງແນວ ຄິດໃຫ້ອໍານາດການປົກຄອງບ້ານ ແລະ ຜູ້ຊົງຄຸນ ວຸດທິຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກ ເຊິ່ງກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ຕົກ ລົງເພື່ອເຮັດໃຫ້ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍໄດ້ຮັບຜົນດີ, ພ້ອມກັນເອົາໃຈໃສ່ຈັດຕັ້ງ ປະຕິບັດລະບຽບກົດໝາຍຂອງ ສປປ ລາວ ຢ່າງເຂັ້ມ ງວດ ເພື່ອສະກັດກັ້ນໃຫ້ ບັນຫາການຍົກຍ້າຍຕັ້ງ ພູມລໍາເນົາຕາມລໍາພັງໃຈ ແລະ ສ້າງຄອບຄົວບໍ່ຖືກ ລະບຽບຢູ່ຕາມບໍລິເວນ ຊາຍແດນລາວ- ຫວຽດ ນາມ ໃຫ້ນັບມື້ຫຼຸດໜ້ອຍ ຖອຍລົງ.

