ສາເຫດທີ່ຄຸມກຳເນີດແລ້ວຍັງຖືພາ
May 3, 2018 - 1:03 PM
- ແບບໃສ່ຫ່ວງ : ການໃສ່ຫ່ວງຄຸມກຳເນີດແບບທອງແດງມີໂອກາດຖືພາໄດ້ 0,8% ສາມາດໃສ່ໄດ້ດົນເຖິງ 10 ປີ. ຫ່ວງ ຄຸມກຳເນີດແບບຮໍໂມນມີໂອກາດຖືພາໄດ້ໜ້ອຍກ່ວາແບບທອງແດງ ພຽງແຕ່ 0,2% ເທົ່ານັ້ນ ໂດຍຫ່ວງຈະປ່ອຍຮໍໂມນອອກມານຳໃສ່ດົນໄດ້ເຖິງ 5 ປີ.
- ແບບໃຊ້ຮໍໂມນ : ການຝັງຢາຄຸມກຳເນີດສະໄໝກ່ອນທີ່ເຄີຍເຫັນມີຝັງກັນຫລາຍໆຫລອດ ປະຈຸບັນເຮົາມີຢາຝັງແບບຫລອດດຽວຄຸມກຳເນີດໄດ້ 3 ປີ ໂອກາດທີ່ຈະພາດຖືພາໜ້ອຍ ພຽງແຕ່ 0,05% ເໝາະສົມກັບແມ່ຍິງທີ່ ຍັງບໍ່ຄິດຈະມີລູກໄວໆນີ້. ການສັກຢາຄຸມກຳເນີດ ສັກ 1 ເຂັມທຸກໆ 3 ເດືອນ ໂອກາດຖືພາ 6%, ການກິນຢາຄຸມກຳເນີດຊະນິດຮໍໂມນລວມ ຫລື ຊະນິດໂປຣເຈສຕິນ ມີໂອກາດຖືພາໄດ້ເຖິງ 9% ເພາະບາງຄົນກໍລືມກິນຢາ, ບາງຄົນກໍບາມື້ກິນ, ການຕິດແຜ່ນຄຸມກຳເນີດ ໂດຍປ່ຽນແຜ່ນຕິດທຸກອາທິດ 3 ອາທິດແລ້ວບໍ່ຕິດ 1 ອາທິດໃຫ້ປະຈຳເດືອນມາ ມີໂອກາດຖືພາໄດ້ 9% ຍິ່ງຖ້າແມ່ຍິງມີນຳ້ໜັກເກີນ ໂອກາດພາດຖືພາຍິ່ງສູງ. ການໃສ່ວົງແຫວນຄຸມກຳເນີດຊະນິດທີ່ມີຮໍໂມນໃສ່ໄປໃນຊ່ອງຄອດໄວ້ 3 ອາທິດ ແລ້ວຖອດອອກ 1 ອາທິດ ໃຫ້ປະຈຳເດືອນມາ ມີໂອກາດຖືພາໄດ້ 9%.
- ການຄຸມກຳເນີດແບບໃຊ້ອຸປະກອນເສີມເພື່ອຂວາງກັ້ນ : ຖົງຢາງອະນາໄມຂອງຜູ້ຊາຍມີໂອກາດຖືພາໄດ້ເຖິງ 18% ທີ່ສາ ມາດພາດໄດ້ຫລາຍກໍຍ້ອນໃສ່ກັນແບບບໍ່ຖືກວິທີ ບາງຄົນກໍເອົາຖົງເກົ່າມາໃຊ້, ໃຊ້ສານໃຫ້ຄວາມມື່ນແບບນຳ້ມັນ ເຮັດໃຫ້ຄວາມແຂງແຮງຂອງຖົງຢາງຫລຸດລົງ, ຖົງແຕກ, ຖົ່ງຮົ່ວ, ຖົງຢາງອະນາໄມສຳລັບແມ່ຍິງ ບໍ່ຄ່ອຍນິຍົມໃຊ້ ມີໂອກາດຖືພາໄດ້ເຖິງ 28%.
- ວິທີຄຸມກຳເນີດແບບທຳມະຊາດ : ການນັບມື້ສາມາດມີໂອກາດຖືພາໄດ້ສູງເຖິງ 24%, ການຫລັ່ງຢູ່ພາຍນອກ ອາໄສທັກສະຂອງຝ່າຍຊາຍໃນການຖອດອະໄວຍະວະເພດອອກມາກ່ອນທີ່ຈະຫລັ່ງນຳ້ອະສຸຈິສາມາດຖືພາໄດ້ສູງເຖິງ 22%. ເຫັນບໍ່ວ່າວິທີຄຸມກຳເນີດແບບທຳມະຊາດ ໂອກາດຖືພາສູງຫລາຍ ຖ້າບໍ່ຢາກມາກັງວົນວ່າຈະຖືພາຫລືບໍ່ ຕ້ອງປ້ອງກັນດ້ວຍວິທີທີ່ແນ່ນອນກ່ວາຈະດີທີ່ສຸດ.