ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງອາຊີ +3 ຄັ້ງທີ 21 ຈັດຂຶ້ນຢູ່ຟີລິບປິນ
May 6, 2018 - 3:28 PM


ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາ ຄານກາງອາຊຽນ-ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຫຼື ອາຊຽນ +3 ຄັ້ງທີ 21 ຈັດຂຶ້ນຢູ່ນະຄອນຫຼວງ ມານິລາ ປະເທດຟີລິບປິນ ໃນວັນ ທີ 4 ພຶດສະພານີ້ ໂດຍໄດ້ເນັ້ນໃສ່ ຫົວຂໍ້ຕ່າງໆ ເປັນຕົ້ນສະພາບເສດ ຖະກິດມະຫາພາກຂອງໂລກ ແລະ ພາກພື້ນ, ການຮ່ວມມືດ້ານ ການເງິນໃນພາກພື້ນອາຊຽນ +3 ແລະ ອື່ນໆ ທັງໄດ້ອອກຖະ ແຫຼງການຮ່ວມ.


ທີ່ປະຊຸມເຫັນວ່າ: ເສດຖະ ກິດໂລກໄດ້ປາກົດທ່ວງທ່າຟື້ນ ຕົວຂຶ້ນພ້ອມກັນຢ່າງແຂງແຮງ, ພາກພື້ນອາຊຽນ +3 ສືບຕໍ່ຮັກ ສາຈັງຫວະການເຕີບໃຫຍ່ຂອງເສດຖະກິດຢ່າງໄວສົມຄວນ, ແຕ່ ຍັງຄົງຜະເຊີນກັບຄວາມສ່ຽງ ຕ່າງໆ ເປັນຕົ້ນລັດທິປົກປ້ອງ ການຄ້າຟື້ນຕົວຄືນ, ສະພາບ ການເງິນທົ່ວໂລກຮັດກຸມໄວເກີນ ຄາດຄະເນ ແລະ ອື່ນໆ. ອາຊຽນ ກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ໃຫ້ ຄຳໝັ້ນສັນຍາວ່າ ຈະໃຊ້ທຸກ ມາດຕະການທີ່ຈຳເປັນເຊັ່ນ: ນະ ໂຍບາຍເງິນຕາ, ນະໂຍບາຍ ການເງິນ ແລະ ການປະຕິຮູບ ໂຄງປະກອບ ແລະ ອື່ນໆ ເພື່ອ ຊຸກຍູ້ໃຫ້ເສດຖະກິດເຕີບໃຫຍ່ຢ່າງ ແຂງແຮງ, ຍືນຍົງ, ດຸນດ່ຽງ ແລະ ກວມລວມ. ບັນດາຝ່າຍໄດ້ ກ່າວຢ້ຳສະໜັບສະໜູນຂອບ ການຄ້າຫຼາຍຝ່າຍ ແລະ ການລົງ ທຶນແບບເປີດປະຕູ ແລະ ປະຕິບັດ ຕາມລະບຽບການ, ເດັດດ່ຽວຕໍ່ ຕ້ານລັດທິປົກປ້ອງໃນທຸກຮູບ ແບບ, ລົງເລິກການພົວພັນດ້ານ ການຄ້າ ແລະ ການລົງທຶນໃນ ພາກພື້ນ, ຊຸກຍູ້ຂະບວນການ ເສດຖະກິດເຊື່ອມໂຍງເຂົ້າກັນ ແລະ ການເຊື່ອມຈອດກັນຂອງ ພາກພື້ນແຫ່ງນີ້. ຂະນະດຽວກັນ, ບັນດາຝ່າຍຍັງຈະສືບຕໍ່ເພີ່ມທະວີການຕິດຕາມການເຄື່ອນໄຫຼ ຂອງເງິນທຶນ, ເພີ່ມຄວາມເຂັ້ມ ແຂງຂອງເສດຖະກິດເພື່ອຮັບມືກັບຜົນກະທົບຈາກພາຍນອກ ຢ່າງບັງເກີດຜົນ, ປົກປັກຮັກສາ ຄວາມໝັ້ນທ່ຽງດ້ານເສດຖະກິດ ແລະ ການເງິນຂອງພາກພື້ນ.