ຈົ່ງສ້າງຂະບວນການປູກຕົ້ນໄມ້ໃຫ້ມີປະສິດທິຜົນ
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານປູກໄມ້ໃນແຕ່ລະປີບັນລຸຕາມແຜນການ, ສ້າງໄດ້ຂະບວນການໃນຂອບເຂດທົ່ວປະເທດ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 01 ມິຖຸນາ ທີ່ຈະມາເຖິງນີ້ໃຫ້ຕິດພັນກັບການປູກຈິດສໍານຶກໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນລຸ້ນຫຼັງ ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້ທີ່ມີຕໍ່ການດໍາລົງຊີວິດຂອງປະຊາ ຊົນລາວບັນດາເຜົ່າ ແລະ ພົວພັນເຖິງການປ່ຽນແປງດິນຟ້າອາກາດ, ດັ່ງນັ້ນ, ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການດັ່ງນນີ້:
ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະບັນດາແຂວງ ຄົ້ນຄວ້ານໍາສະເໜີຕໍ່ອົງການປົກຄອງທ້ອງຖິ່ນໃນຂັ້ນຂອງຕົນ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານປູກໄມ້ ແລະ ຟື້ນຟູປ່າ ໂດຍແມ່ນຂະແໜງການກະສິກໍາ ແລະ ປ່າໄມ້ເປັນໃຈກາງ, ໂດຍການມີສ່ວນຮ່ວມຂອງພາກ-ລັດ ແລະ ເອກະຊົນ, ພ້ອມທັງມອບໝາຍຄວາມຮັບຜິດຊອບຂາດຕົວໃຫ້ແກ່ຂະແໜງປ່າໄມ້, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຈັດຕັ້ງວຽກງານສົ່ງເສີມປູກໄມ້, ການລົງທຶນປູກໄມ້ ແລະການຟື້ນຟູປ່າແບບທໍາມະຊາດຕາມເງື່ອນໄຂທີ່ເໝາະສົມພ້ອມທັງເອົາໃຈໃສ່ການບົວລະບັດ, ປົກປັກຮັກສາຕົ້ນໄມ້ທີ່ໄດ້ປູກເພື່ອຫຼຸດອັດຕາການຕາຍຂອງເບັ້ຍໄມ້ລົງ ແລະ ດໍາເນີນການປູກທົດແທນຕົ້ນໄມ້ທີ່ຕາຍ; ເປັນເຈົ້າການ ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ, ພະແນກການທີ່ກ່ຽວຂ້ອງພາຍໃນແຂວງຂອງຕົນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງທີ່ມີເງື່ອນໄຂສ້າງຂະບວນການປູກຕົ້ນໄມ້ແຫ່ງຊາດ, ວາງສະແດງເບັ້ຍໄມ້ຕິດພັນກັບການສະເຫຼີມສະຫຼອງວັນເດັກສາກົນວັນທີ 01 ມິຖຸນາ 2018 ໃຫ້ເປັນຂະບວນຢ່າງກວ້າງຂວາງ, ຟົດຟື້ນ; ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ສົມທົບກັບພະແນກສຶກສາທິການ ແລະ ກິລາຊຸກຍູ້ບັນດາໂຮງຮຽນຕ່າງໆ ທັງພາກລັດ ແລະ ເອກະຊົນ, ບັນດາອົງການຈັດຕັ້ງພັກ, ລັດ, ການຈັດຕັ້ງສັງຄົມອື່ນໆ ສ້າງຂະບວນການ ແລະ ຈັດກິດຈະກໍາຕ່າງໆ ກ່ຽວກັບການປູກໄມ້ ເພື່ອແນໃສ່ປູກຈິດສໍານຶກໃຫ້ແກ່ອະນຸຊົນລຸ້ນຫຼັງເຫັນໄດ້ຄວາມໝາຍຄວາມສໍາຄັນຂອງປ່າໄມ້, ການປູກໄມ້ຟື້ນຟູປ່າ ເພື່ອອະນາຄົດ ແລະ ຄືນຄວາມສີຂຽວ ແລະ ປົກປັກຮັກສາສິ່ງແວດລ້ອມ ດ້ວຍການຈັດກິດຈະກຳ ຖາມ-ຕອບ ຫຼື ວິທີການອື່ນໆ ຕາມຄວາມເໝາະສົມ; ໃຫ້ບັນດາໂຄງການປູກໄມ້ຂອງລັດ, ບໍລິສັດ, ຜູ້ປະກອບການ ແລະ ປະຊາຊົນທົ່ວໄປສືບຕໍ່ເອົາໃຈໃສ່ວຽກງານປູກໄມ້ ພ້ອມທັງເອົາໃຈໃສ່ບົວລະບັດຮັກສາເພື່ອໃຫ້ໄດ້ຮັບຜົນປະໂຫຍດສູງສຸດ.
ສຳລັບ ການຈັດພິທີ ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ ໂດຍຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນສຳຄັນ ບົນຈິດໃຈປະຢັດມັດທະຍັດ ແລະ ຕ້ານການຟູມເຟືອຍ, ໃຫ້ຖືເອົາວັນດັ່ງກ່າວນີ້ ເຜີຍແຜ່ຜົນສຳເລັດ, ສະຫຼຸບຖອດຖອນບົດຮຽນ ຕິດພັນກັບການເຜີຍແຜ່ເນື້ອໃນຕົ້ນຕໍຂອງກົດໝາຍ ດ້ວຍຮູບການປາຖະກະຖາ ຫຼື ຜ່ານສື່ຕ່າງໆ ເປັນຕົ້ນ: ໜັງສືພິມ, ວິທະຍຸ, ໂທລະພາບ…
ໃຫ້ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫ້ອງການກະສິກໍາ ແລະ ປ່າໄມ້ປະຈໍາເມືອງ ຄົ້ນຄ້ວາ ກ່ຽວກັບ ຜົນງານຂອງບຸກຄົນ, ຄອບຄົວ, ລວມໝູ່, ກົມກອງ ແລະ ການຈັດຕັ້ງ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ທຶນຮອນ ເຂົ້າໃນການຄຸ້ມຄອງ ແລະ ບົວລະບັດຮັກສາປ່າປູກ ແລະ ຟື້ນຟູປ່າ ເພື່ອນໍາສະເໜີຕໍ່ຂັ້ນເທິງພິຈາລະນາຍ້ອງຍໍ ດ້ວຍກຽດຕິຄຸນ, ວັດຖຸພັນ ແລະ ອື່ນໆຢ່າງແທດເໝາະ.