ພັດທະນາການຂອງລູກນ້ອຍ ເດືອນທີ 5
May 15, 2018 - 2:13 PM


ເດືອນທີ 5 ໄວແຫ່ງການຮຽນຮູ້ຈັກໂຕເອງ ແລະ ສິ່ງແວດລ້ອມອ້ອມໂຕຂອງໂຕເອງ ທີ່ແມ່ຈະເຫັນໄດ້ຢ່າງຊັດເຈນວ່າ ໃນຍາມຕື່ນລູກຈະບໍ່ຢູ່ເສີຍໆອີກຕໍ່ໄປ ເພາະເຂົາພ້ອມທີ່ຈະທໍາຄວາມຮູ້ຈັກໂຕເອງໄປພ້ອມໆກັບການມີປະຕິສໍາພັນກັບສິ່ງອ້ອມໂຕຫຼາຍຂຶ້ນ.
- ດ້ານສະຕິປັນຍາ ແລະ ການຮຽນຮູ້
- ເມື່ອລູກຮຽນຮູ້ວ່າໂຕເອງເປັນຄົນລະສ່ວນກັບສິ່ງແວດລ້ອມ ຈຶ່ງສົນໃຈທີ່ຈະທໍາຄວາມຮູ້ຈັກກັບໂຕເອງຫຼາຍຂຶ້ນ ສັງເກດໄດ້ຈາກການດູດນິ້ວມື, ການຈ້ອງເບິ່ງມືໂຕເອງ ໄປພ້ອມກັບການຮຽນຮູ້ສິ່ງອ້ອມໂຕຫຼາຍຂຶ້ນເຊັ່ນ ການຈັບສໍາຜັດສິ່ງຂອງອ້ອມໂຕ
- ການໄດ້ຈັບສໍາຜັດສິ່ງຂອງ ຫຼື ເຄື່ອງຫຼິ້ນ ຊ່ວຍໃຫ້ລູກຮຽນຮູ້ເລື່ອງການມີຢູ່ ແລະ ການເສຍໄປ ເມື່ອເຮັດສິ່ງຂອງຕົກ ລູກຈະເບິ່ງໄປທີ່ພື້ນ ບໍ່ແມ່ນເບິ່ງໄປທີ່ມືຄືກັບເດືອນກ່ອນໆ
- ສາມາດຈື່ຈໍາການກະທໍາຂອງໂຕເອງທີ່ຫາກໍຜ່ານໄປໄດ້ ແລະ ຈື່ສິ່ງຂອງຄ້າຍໆກັນໄດ້
- ສາມາດແຍກແຍະລະຫວ່າງພໍ່ແມ່ກັບຄົນແປກໜ້າໄດ້
- ດ້ານຮ່າງກາຍ ແລະ ການເຄື່ອນໄຫວ
- ລູກບໍ່ຢູ່ເສີຍ ເພາະຮຽນຮູ້ທີ່ຈະເຄື່ອນໄຫວຮ່າງກາຍໄດ້ຢ່າງອິດສະຫລະ ສັງເກດໄດ້ຈາກເວລາຕື່ນນອນ ລູກຈະຖີບແຄ້ງຂາ, ບາງຄັ້ງພິກຂວ້ຳພິກຫງາຍ ແລະ ອື່ນໆ
- ຍັງນັ່ງບໍ່ໄດ້ດີ ແລະ ຍັງຕ້ອງມີເບາະເພິ່ງຫຼັງຢູ່ ແຕ່ນັ່ງໄດ້ດົນ ແລະ ໝັ້ນຄົງກວ່າເດືອນກ່ອນຫຼາຍ
- ຂະນະນັ່ງຍັງສາມາດຄວ້າຂອງຫຼິ້ນມາຫຼິ້ນໄດ້ ເນື່ອງຈາກຕາກັບມືເຮັດວຽກປະສານກັນໄດ້ດີຂຶ້ນ ຢິບຈັບຂອງຕ່າງໆໄດ້ແໜ້ນຢໍາຫຼາຍຂຶ້ນ
- ພະຍາຍາມໃຊ້ນິ້ວໂປ້ກັບກັບນິ້ວຊີ້ໃນການຢິບເຄື່ອງຂອງຫຼາຍຂຶ້ນ
- ເວລາຫຼິ້ນ ສາມາດຈັບຂອງຫຼິ້ນໄດ້ທັງສອງມື ລວມທັງຍ້າຍຂອງຈາກໜຶ່ງໄປຍັງອີກມືໜຶ່ງໄດ້
- ດ້ານພາສາ ແລະ ການສື່ສານ
- ສົນໃຈປາກຂອງແມ່ເວລາທີ່ແມ່ລົມ ແລະ ພະຍາຍາມຮຽນແບບ
- ເຂົ້າໃຈຊື່ຄົນ ແລະ ສິ່ງຂອງຕ່າງໆ ທີ່ແມ່ຮ້ອງ ຫຼື ເວົ້າໃຫ້ຟັງເປັນປະຈໍາ ດັ່ງນັ້ນຄວນລົມກັບລູກນ້ອຍດຸໆ ເວົ້າຊື່ສິ່ງຂອງຕ່າງໆໃຫ້ລູກຟັງ ລູກຈະຈື່ຈໍາສັບເຫຼົ່ານັ້ນໄວ້ ເມື່ອເຖິງໄວທີ່ເວົ້າໄດ້ ເຂົາກໍຈະເວົ້າມັນອອກມາ
- ລູກຮຽນຮູ້ວ່າວິທີການສົ່ງສຽງໝາຍເຖິງການສື່ສານກັບຄົນອື່ນໆ ແມ່ຈຶ່ງຄວນໄປຫາສຽງອື່ນໆມາໃຫ້ລູກຟັງເຊັ່ນ: ສຽງດົນຕີ, ສຽງສັດຕ່າງໆ, ສຽງໂທລະສັບ ເພື່ອໃຫ້ລູກຮຽນຮູ້ຄວາມແຕກຕ່າງຂອງສຽງ
- ດ້ານອາລົມ ແລະ ສັງຄົມ
- ເດັກໄວຮຽນຂວ້ຳຮຽນຄານ ອາດຄຽດກັບອາການຂອງໂຕເອງໄດ້ ດັ່ງນັ້ນແມ່ຄວນຊ່ວຍລູກໃຫ້ຮຽນຮູ້ວິທີຂວ້ຳ ແລະ ຄານທີ່ຖືກວິທີ
- ສະແດງຄວາມຮູ້ສຶກງຸດງຶດເມື່ອບໍ່ສາມາດຢິບຈັບຂອງຫຼິ້ນທີ່ຢູ່ໄກອອກໄປໄດ້ ຫຼື ເວລາຈະນໍາເຄື່ອງຫຼິ້ນເຂົ້າປາກແລ້ວຖືກແມ່ຫ້າມ ທາງທີ່ດີຄວນຊອກເຄື່ອງຫຼິ້ນທີ່ປອດໄພ ແລະ ສາມາດເອົາເຂົ້າປາກໄດ້ ເພື່ອບໍ່ຄັດຈັງຫວະການຮຽນຮູ້ຂອງລູກ
- ມັກສະແດງອາການດີໃຈຢ່າງອອກໜ້າ ເວລາເຫັນແມ່ ຫຼື ພໍ່ເຂົ້າມາອຸ້ມ ແຕ່ຈະເປັນໄປໃນທາງກົງກັັນຂ້າມທັນທີເມື່ອມີຄົນແປກໜ້າມາອຸ້ມ.
ເດັກໆຈະມີພັດທະນາການທີ່ດີ ຫຼື ບໍ່, ໄວ ຫຼື ຊ້າ ຂຶ້ນຢູ່ກັບເຂົາໄດ້ຮັບການກະຕຸ້ນພັດທະນາການແຕ່ລະດ້ານຢ່າງເໝາະສົມ ຫຼື ບໍ່