ເດັກຍິງພິການບໍ່ມີມືມາແຕ່ເກີດ ແຕ່ສາມາດເອົາຊະນະການປະກວດ “ລາຍມືຂຽນງາມ” ແຫ່ງຊາດ


ເມື່ອວັນທີ 9 ພຶດສະພາ ນີ້, ໄດ້ມີເດັກຍິງຊື່ວ່າ: ນາງ ອານາຢາ ເລລິກ (Anaya Ellick ) ອາຍຸ 9 ປີ, ໄດ້ເຂົ້າ ປະກວດຂຽນລາຍມືແຫ່ງ ຊາດ, ຊາເນີ-ບລອສເຊີ ເນ ເຊິນນອລ ແຮັນໄຮຕິງ ຄອນ ເທສທ໌ (Zaner-Bloser National Handwriting contest) ຂອງລັດ ເວີຈີເນຍ.


+ ໜັງປາສາມາດຮັກສາບາດນ້ຳຮ້ອນລວກ ແລະ ໄຟໄໝ້ຄືນສູ່ປົກກະຕິໄດ້ໂດຍໄວ
+ ແພດຊ່ວຍຊີວິດຍິງສາວທີ່ຖືກໄຟເຜົາມີຊີວິດໃໝ່
ລາວມີຄວາມສາມາດ ເຮັດໄດ້ຫລາຍຢ່າງຖ້າມີ ຄວາມພະຍາຍາມ ເຊິ່ງບໍ່ເຊື່ອ ກໍຕ້ອງເຊື່ອວ່າ: ສິ່ງທີ່ລາວ ເວົ້າມານັ້ນເປັນຄວາມຈິງ ແລະ ໄດ້ພິສູດໃຫ້ໂລກເຫັນ ແລ້ວວ່າ ການທີ່ລາວເກີດ ມາພິການກໍບໍ່ໄດ້ເຮັດໃຫ້ ລາວຍອມແພ້.


ການປະກວດ ພາຍໃຕ້ ການຮ້ອງຂໍພິເສດ, ສຳລັບ ຜູ້ພິການໃນການຂຽນພາ ສາອັງກິດຂຽນເຄີຊີບ (Cursive) ແລະ ນີ້ບໍ່ແມ່ນ ຄັ້ງທຳອິດທີ່ລາວໄດ້ຊະນະມາ, ເມື່ອປີ 2016 ລາວກໍຊະນະ ແລະ ລາວຍັງບອກໃຫ້ຮູ້ວ່າ: ລາວມີຄວາມສຸກຫລາຍທີ່ໄດ້ຊະນະອີກ, ລາວຄິດວ່າແມ່ຂອງລາວເວົ້າຢອກວ່າການປະກວດ ໄດ້ຮັບຊະນະອີກ, ນອກຈາກນີ້ ອານາຢາ(Anaya) ຍັງມີຄວາມຄິດທີ່ຈະເຂົ້າແຂ່ງຂັນກິລາໃນອານາຄົດ.


ເຖິງຈະພິການມາແຕ່ ເກີດ ແຕ່ຄວາມຝັນ ແລະ ຄວາມພະຍາຍາມຂອງ ລາວເຮັດໃຫ້ມີປະສົບການ ແລະ ຄວາມສຳເລັດ./.


ແຫລ່ງຂ່າວ: wfla