ຈີນເພີ່ມມາດຕະການເຂັ້ມງວດ ກວດຊີ້ນໝູ່-ລົດຍົນອາເມລິກາ

- Untitled 1 copy 7 - ຈີນເພີ່ມມາດຕະການເຂັ້ມງວດ ກວດຊີ້ນໝູ່-ລົດຍົນອາເມລິກາ
- kitchen vibe - ຈີນເພີ່ມມາດຕະການເຂັ້ມງວດ ກວດຊີ້ນໝູ່-ລົດຍົນອາເມລິກາ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 17 ພຶດສະພາ​ວ່າ: ສຳນັກງານ​ພາສີ​ອາກອນ (GACC) ລາຍ​ງານ​ໃນ​ວັນ​ທີ 16 ພຶດສະພາ ​ເລື່ອງ​ການ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການກວດ​ສອບ​ຄຸນ​ນະພາ​ບຊີ້ນ​ໝູ່​ທີ່​ສົ່ງ​ອອກ​ຈາກ​ອາ​ເມ​ລິ​ກາ, ຫລັງ​ໄດ້​ຮັບ​ການ​ຮ້ອງ​ຮຽນ​ຈາກ​ຫລາຍ​ຝ່າຍ ​ໂດຍ​ຂະ​ບວນການກວດ​ສອບ “​ເປັນ​ໄປ​ຕາມ​ມາດຕະຖານ​ສາກົນ” ​ແລະ ບໍ່​ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ເພີ່ມ​ຕື່ມ​ໃນ​ເລື່ອງ​ນີ້, ​ແຕ່​ລະບຸ​ອີກ​ວ່າ: ນອກຈາກ​ຊີ້ນ​ໝູ​ແລ້ວ ​ເຈົ້າໜ້າ​ທີ່​ຍັງ​ເພີ່ມ​ຄວາມ​ເຂັ້ມງວດ​ຕໍ່​ການກວດ​ສອບ​ຄຸນ​ນະພາ​ບລົດຍົນ​ທີ່​ສົ່ງ​ອອກ​ມາ​ຈາກ​ອາ​ເມ​ລິ​ກາ​ນຳ​ອີກ.

ທັງ​ນີ້, ລາຍ​ງານ​ຂອງ GACC ​ເປີດ​ເຜີຍ​ອີກ​ວ່າ: ​ໃນ​ໄລຍະ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ມີ​ລົດຍົນ​ຂອງ​ອາ​ເມ​ລິ​ກາ​ທັງ​ໝົດ 4.360 ຄັນ ບໍ່​ຜ່ານ​ການກວດ​ສອບ​ຄຸນ​ນະພາ​ບ ຄິດ​ເປັນ​ມູນ​ຄ່າ​ປະມານ 312,5 ລ້ານ​ໂດ​ລາ​ສະຫະລັດ ທ່າມກາງ​ລາຍ​ງານ​ຫລາຍ​ກະ​ແສ​ທີ່​ອ້າງ​ຂໍ້​ມູນ​ຈາກ​ແຫ​ລ່ງຂ່າວ​ວ່າ: ສິນຄ້າ​ທີ່​ໄດ້​ຮັບ​ຜົນ​ກະທົບ​ສ່ວນ​ຫລາຍ​ເປັນ​ລົດຍົນ​ທີ່​ຫຍໍ້​ຟອດ. ສຳນັກງານ​ໃຫຍ່​ຂອງ​ບໍລິສັດ​ຟອດ ມໍ​ເຕີ ​ໃນ​ລັດ​ມິ​ຊິ​ແກນ ສະ​ແດງ​ທ່າ​ທີ​ພຽງ​ວ່າ: “ກຳລັງ​ຕິດຕາມ​ສະຖານະ​ການ​ຢ່າງ​ໃກ້ຊິດ”.

ຂະນະ​ດຽວ​ກັນ, GACC ຍັງ​ປະກາດ​ເພີ່ມ​ຄວາມ​ເຂັ້ມງວດ​ຕໍ່​ການກວດ​ສອບ​ຄຸນ​ນະພາ​ບຂອງ​ສິນຄ້າ​ເອ​ເລັກ​ໂຕຣນິກຈາກ​ອາ​ເມ​ລິ​ກາ​ນຳ​ອີກ ​ເລີ່​ມ​ແຕ່​ວັນ​ທີ 3 ພຶດສະພາ​ຜ່ານ​ມາ ​ເນື່ອງ​ຈາກ​ໄດ້​ຮັບ​ຮ້ອງ​ຮຽນ​ວ່າ​ສິນຄ້າ​ດັ່ງກ່າວ​ຂອງ​ອາ​ເມ​ລິ​ກາ “ບໍ່​ໄດ້​ມາດຕະຖານ” ​ເຊິ່ງອາດ​ສົ່ງ​ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ຄຸນ​ນະພາ​ບຊີວິດ​ຂອງ​ຊາວ​ຈີນ.

- 3 - ຈີນເພີ່ມມາດຕະການເຂັ້ມງວດ ກວດຊີ້ນໝູ່-ລົດຍົນອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!