ເປີດຂະ​ບວນຄະລາ​ວານສູ່​ຜາ​ຖີ່ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າແຂວງ​ຫົວພັນ

- Caravan to viengxay cave - ເປີດຂະ​ບວນຄະລາ​ວານສູ່​ຜາ​ຖີ່ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າແຂວງ​ຫົວພັນ
- kitchen vibe - ເປີດຂະ​ບວນຄະລາ​ວານສູ່​ຜາ​ຖີ່ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າແຂວງ​ຫົວພັນ

ຄະນະ​ນຳ​ແຂວງ​ຫົວພັນ ​ໄດ້​ເປີດ​ຂະ​ບວນຄະລາ​ວານລົດກວ່າ 40 ຄັນ ​ຂຶ້ນ​ສູ່​ແຫ​ລ່ງທ່ອງ​ທ່ຽວປະຫວັດສາດພູຜາຖີ່​​ ມີໄລຍະ​ທາງ​ 50 ກວ່າກິ​ໂລ​ແມັດໃນ​ຕອນ​ເຊົ້າ​​ວັນ​ທີ 18 ພຶດສະພານີ້, ​ກ່ອນ​ເປີດ​ງານ​ສະ​ເຫລີ​ມສະຫລອງໜ່ວຍ​ແກ້ວ​ຫລັກ​ເມືອງ ຄົບຮອບ 10 ປີ ​ແລະ ງານ​ເປີດ​ປີ​ທ່ອງ​ທ່ຽວຢູ່​ແຂວງ​ຫົວພັນທີ່ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພານີ້ເຊັ່ນກັນ. ​ເພື່ອ​ແນໃສ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ມາທ່ຽວແຂວງຫົວພັນຫລາຍ​ຂຶ້ນ.

ອຮອງ​ຫົວໜ້າພະ​ແນ​ກຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ແຂວງ​ຫົວພັນ ກ່າວ​ວ່າ: ພາຍຫລັງ​​ມີ​ການ​ກະກຽມຮອບດ້ານ ​ໃນ​ການສະ​ເຫລີ​ມສະຫລອງ​ສອງ​ວັນ​ສຳຄັນ​ດັ່ງກ່າວ, ກໍ​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກຄື້ນ​ມ່ວນ​ຊື່ນ​ໂດຍ​ເລີ່​ມຈາກ​ການ​ເຕົ້າ​ໂຮມ​ເອົາ​ຜະລິດ​ຕະພັນ​ສິນຄ້າ​ກະສິກຳ, ຫັດຖະກຳ ​ແລະ ສິນຄ້າ​ອຸປະ​ໂພ​ກ-ບໍລິ​ໂພ​ກ ຈາກ 10 ​ເມືອງ ມາ​ວາງສະ​ແດງ ​ແລະ ຈຳໜ່າຍ​, ກິດຈະກຳ​ປະ​ກວດ​ອາຫານ​ພື້ນ​ເມື​ອງ; ການສະ​ແດງ​ສິລະ​ປະ​ວັນນະຄະດີຂອງ​ເຜົ່າ​ຕ່າງໆ; ກິດຈະກຳ​ແຂ່ງຂັນ​ກິລາ​ຫລາຍ​ປະ​ເພດ ​ແລະ ອີກ​ກິດ​ຈະ​ກຳ​ສຳຄັນ ກໍ​ຄື ຄະລາ​ວານສູ່​​ແຫ​ລ່ງທ່ອງ​ທ່ຽວປະຫວັດສາດ ພູຜາ​ຖີ່, ​ເຊິ່ງ​ແຫ​ລ່ງທ່ອງ​ທ່ຽວ​ແຫ່ງ​ນີ້ ​ໄດ້​ເລີ່​ມມີ​ການ​ພັດ ທະນາທາງ​ລະບົບ​ໂຄງ​ລ່າງ ​ແລະ ສິ່ງ​ອຳນວຍ ​ເພື່ອ​ໃຫ້​​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ສາມາດເຂົ້າມາທ່ຽວເພື່ອຈະ​ໄດ້​ຮູ້​ເຫັນ​ຮ່ອງຮອຍ​ປະຫວັດສາດ​ການ​ຕໍ່ສູ້​ກູ້​ຊາດ ຂອງ​ນັກຮົບ​ປະຕິວັດ​ລາວຢູ່​ພູຜາ​ຖີ່. ນອກ​ນັ້ນ, ​​ໃນ​ຕອນ​ແລງ​ວັນ​ດຽວກັນ, ກໍ​ໄດ້​​ມີ​ພິເປີດງານ​ສະ​ເຫລີ​ມສະຫລອງໜ່ວຍ​ແກ້ວ​ຫລັກ​ເມືອງ ຄົບຮອບ 10 ປີ ​ແລະ ງານ​ເປີດ​ປີ​ທ່ອງ​ທ່ຽວ ຂອງ​ແຂວງ​ຫົວພັນ ທີ່​ສວນ​ແກ້ວ​ຫລັກ​ເມືອງ, ​ໂດຍ​ມີ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ, ພ້ອມ​ທັງ​ການ​ນຳ​ຫລັກ​ແຫ​ລ່ງ ​ແລະ ມວນ​ຊົນ​ແຂວງ​ຫົວພັນ ​ເຂົ້າ​ຮ່ວມ​ຢ່າງ​ຫລວງຫລາຍ. ​ເພື່ອແນໃສ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເຂົ້າ​ມາທ່ຽວຢູ່​ແຂວງ​ຫົວພັນຢ່າງໜ້ອຍ 50 ພັນ​ເທື່ອ​ຄົນ​ໃນ​ປີ 2018, ໂດຍສະເພາະແມ່ນແຫ​ລ່ງ​ທ່ອງ​ທ່ຽວ​ປະຫວັດສາດ ​ແລະ ທຳ​ມະ​ຊາດ ​ເມືອງ​ວຽງ​ໄຊ, ​ເຂດປ່າ​ສະ ຫງວນ ນ້ຳ​ແອດ-​ພູ​ເລີຍ, ລວມທັງ​ພູຜາ​ຖີ່ ​ແລະ ແຫ​ລ່ງ​ທ່ອງ​ທ່ຽວ​ທຳ​ມະ​ຊາດ​ ອີກ​ຫລາຍ​ແຫ່ງຢູ່​ເມືອງ​ຕ່າງໆ ແລະ ສະ​ເພາະ​ປີນີ້, ​ແຂວງ​ຫົວພັນ ຍັງ​ໄດ້​ຖື​ເອົາການ​ສະຫລອງ​ບຸນ​ປະ​ເພນີຂອງ​​ແຕ່ລະເຜົ່າ ​ໃນ​ແຕ່ລະ​ທ້ອງ​ຖິ່ນ ​ເປັນຕົ້ນ​ແມ່ນ ບຸນ​ກິນ​ຈຽງ, ບຸນ​ເກຣິ, ບຸນ​ກອງ​ຫົດ, ບຸນ​ປະ​ເພນີ​​ເຜົ່າໄທ​ແດງ, ບຸນ​ກິນ​ປາ​ຂ່າງ​ນາ, ການ​ສະຫລອງ​ວັນ​ສ້າງ​ຕັ້ງເມືອງ​ວຽງ​ໄຊ ຄົບຮອບ 50 ປີ ​ແລະ ອື່ນໆ ​ເພື່ອ​ດຶງ​ດູດນັກ​ທ່ອງ​ທ່ຽວ​​​ເຂົ້າມາທ່ຽວຊົມ​ນັບ​ມື້​ຫລາຍ​ຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ເປີດຂະ​ບວນຄະລາ​ວານສູ່​ຜາ​ຖີ່ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າແຂວງ​ຫົວພັນ
- 3 - ເປີດຂະ​ບວນຄະລາ​ວານສູ່​ຜາ​ຖີ່ ດຶງ​ດູດ​ນັກ​ທ່ອງ​ທ່ຽວ ​ເຂົ້າແຂວງ​ຫົວພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!