ອາເຊນອລ ກຽມຕັ້ງ ເອເມຣີ ຄຸມທີມຄົນໃໝ່
May 22, 2018 - 5:14 PM


ອາເຊນອລ ຕົກເປັນຂ່າວກຽມຈະແຕ່ງຕັ້ງ ອູໄນ ເອເມຣີ ຜູ້ຈັດການທີມຊາວສະເປນ ເຊິ່ງເປັນອະດີດຜູ້ຈັດການທີມຂອງ ປາຣີສ ແຊງແຊກແມງ ມາເປັນຜູ້ຈັດການທີມຄົນໃໝ່ ແທນ ອາແຊນ ເວນເກີ ທີ່ປະກາດອຳລາທີມ.
ສຳລັບ ອູໄນ ເອເມຣີ ອາຍຸ 46 ປີ ຫາກໍພາທີມ ເປແອສເຊ ຄວ້າ 3 ແຊ້ມໃນລະດູການນີ້ ແຕ່ຖືກສະໂມສອນຍົກເລີກສັນຍາ ເນື່ອງຈາກບໍ່ປະສົບຜົນສຳເລັດໃນບານເອີຣົບ ຫລັງໄປຮອດພຽງແຕ່ 16 ທີມສຸດທ້າຍຂອງ ຢູຟາ ແຊມປ້ຽນລີກ ເທົ່ານັ້ນ.
ເຖິງຢ່າງໃດກໍຕາມ, ມີລາຍງານວ່າພາຍໃນ 48 ຊົ່ວໂມງອາດຈະໄດ້ຂໍ້ສະຫລຸບໃນການເຈລະຈາແຕ່ງຕັ້ງ ອູໄນ ເອເມຣີ ເປັນຜູ້ຈັດການທີມຄົນໃໝ່ຂອງ ອາເຊນອລ.