ລາຄານ້ຳມັນດິບໂລກຫລຸດລົງຕໍ່ເນື່ອງ


ສັນຍານ້ຳມັນດິບລ່ວງໜ້າເວສເທັກຊັສ ຕະຫລາດອາເມລິກາ ຍັງຫລຸດລົງຕໍ່ເນື່ອງໃນວັນທີ 28 ພຶດສະພາ ຕາມເວລາອາເມລິກາ ໃກ້ຫລຸດລະດັບ 66 ໂດລາ ຈາກຄວາມກັງວົນວ່າອາຣັບບີ ຊາອຸດິດ ແລະ ຣັດເຊຍ ກຳລັງຫາລືກັນໃນການເພີ່ມກຳລັງການຜະລິດນ້ຳມັນ ແລະ ອາເມລິກາມີປະລິມານນ້ຳມັນດິບຫລາຍ.
ສັນຍານ້ຳມັນດິບເວສເທັກຊັສ ສົ່ງມອບເດືອນກໍລະກົດ ເຊິ່ງມີການຊື້ຂາຍທາງລະບົບເອເລັກໂຕຣນິກໃນວັນທີ 29 ພຶດສະພາ ເມື່ອເວລາ 18:11 ໂມງ ຕາມເວລາຢູ່ລາວ ຫລຸດລົງ 1,24 ໂດລາ ຫລື 1,83% ສູ່ລະດັບ 66,64 ໂດລາຕໍ່ບາເຣລ ຫລັງຈາກຫລຸດລົງຢູ່ລະດັບ 66,22 ໂດລາກ່ອນໜ້ານີ້.
ແຫລ່ງຂ່າວລະບຸວ່າ: ອາຣັບບີ ຊາອຸດິດ ແລະ ຣັດເຊຍ ກຳລັງຫາລືກັນໃນການເພີ່ມກຳລັງການຜະລິດນ້ຳມັນປະມານ 1 ລ້ານບາເຣລຕໍ່ວັນ ທ່າມກາງຄວາມກັງວົນກ່ຽວກັບລາຄານ້ຳມັນທີ່ເພີ່ມຂຶ້ນຫລາຍເກີນໄປ ແລະ ສະພາບຂາດເຂີນນ້ຳມັນໃນຕະຫລາດ.
ຜ່ານມາ, ກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປກ) ແລະ ປະເທດນອກກຸ່ມໂອເປກ ນຳໂດຍຣັດເຊຍ ມີມະຕິຂະຫຍາຍເວລາປັບຫລຸດກຳລັງການຜະລິດນ້ຳມັນ 1,8 ລ້ານບາເຣລຕໍ່ວັນຈົນຮອດທ້າຍປີນີ້ ເພື່ອຮັກສາສະຖຽນລະພາບລາຄານ້ຳມັນ, ແຕ່ໃນເດືອນຜ່ານມາ ກຸ່ມຜູ້ຜະລິດນ້ຳມັນໄດ້ໃຫ້ການຮ່ວມມືໃນການປັບຫລຸດກຳລັງການຜະລິດນ້ຳມັນສູງເຖິງ 152% ເຊິ່ງໝາຍຄວາມວ່າມີການປັບຫລຸດກຳລັງການຜະລິດລວມກັນຫລາຍກວ່າ 1,8 ລ້ານບາເຣລຕໍ່ວັນທີ່ຕົກລົງກັນໄວ້.
ແຫລ່ງຂ່າວລະບຸວ່າ: ໂອເປກ ແລະ ຜູ້ຜະລິດນ້ຳມັນນອກໂອເປກຈະທົບທວນນະໂຍບາຍການຜະລິດນ້ຳມັນໃນກອງປະຊຸມຢູ່ນະຄອນຫລວງວຽນນາ ໃນວັນທີ 22-23 ມິຖຸນານີ້ ໂດຍອາດມີການປັບເພີ່ມກຳລັງການຜະລິດ ເພື່ອໃຫ້ຕົວເລກການຮ່ວມມືໃນການປັບຫລຸດກຳລັງການຜະລິດນ້ຳມັນຫລຸດລົງສູ່ລະດັບ 100% ຈາກ 152% ໃນປັດຈຸບັນ.