ເມືອງນາຊາຍທອງເປີດປີທ່ອງທ່ຽວ 2018


ໃນວັນທີ 30 ພຶດສະພານີ້, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເປີດປີທ່ອງທ່ຽວ 2018 ຂອງຕົນ ທີ່ແຫຼ່ງທ່ອງທ່ຽວທຳມະຊາດນ້ຳຕົກຕາດຊອນແດນຫົງພູສູງ ສວນອຸດທິຍານພຶກສາຊາດ ຊຸມຊົນສະມາຄົມອາຊຽນ, ດ້ວຍບັນຍາກາດຟັດຟື້ນ, ໂດຍການເຂົ້າຮ່ວມຂອງທ່ານ ອຸດອນ ໄຊມົນຕີ ຮອງປະທານສະພານະຄອນຫຼວງວຽງຈັນແລະທ່ານ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວນະຄອນຫຼວງ; ທ່ານ ເຈົ້າເມືອງນາຊາຍທອງ; ພ້ອມດ້ວຍທ່ານປະທານກຸ່ມບໍລິສັດ ຄຳໄພຊະນະ ກໍ່ສ້າງ ຈຳກັດແລະມວນຊົນບັນດາ ເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານເຈົ້າເມືອງນາຊາຍທອງກ່າວວ່າ:ປັດຈຸບັນການພັດທະນາດ້ານການທ່ອງທ່ຽວເມືອງນາຊາຍທອງໄດ້ມີການຂະຍຕົວດີຂື້ນ ໂດຍນັກລົງທຶນຕ່າງໆເຂົ້າມາລົງທຶນພັດທະນາ ເປັນຕົ້ນແມ່ນສະຖານທີ່ທ່ອງທ່ຽວທຳມະຊາດຕາດຊອນ, ສວນພຶກສາ, ຫິນຄັນນາ, ຟາມນາເດຍ ແລະ ອື່ນໆ, ມີໂຮງແຮມແລະລີສອດ 16 ແຫ່ງ, ເຮືອນພັກ 9 ແຫ່ງ, ຮ້ານອາຫານ-ຮ້ານກິນດື່ມ 55 ແຫ່ງແລະກຳລັງສຳຫຼວດເພື່ອຈະພັດທະນາໃໝ່ຄື: ໜອງຕະເຫຼິະ, ໜອງຂະໜຽງ, ພະບາດໂພນຄ້ອງ.
ການເປີດງານຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຜູ້ລົງທຶນພັດທະນາແຫຼ່ງ ທ່ອງທ່ຽວທຳມະຊາດນ້ຳຕົກຕາດຊອນ ໂດຍມີຂະບວນຄາວານລົດ 70 ຄັນຈາກນະຄອນຫຼວງວຽງຈັນຫາສະຖານທີ່, ແລ່ນມິນິມາລາທອນ, ກິດຈະກຳປູກໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກຈຳນວນ1ແສນຕົ້ນ, ກິດຈະກຳທ່ຽວຊົມສວນໄມ້ປູກ-ໄມ້ທຳມະຊາດ, ຊົມດານຄູຫາ, ຊົມບໍ່ນ້ຳຊ້າງແກ້ວ, ຊົມຖ້ຳບ່ອນພັກເຊົາຂອງການນຳປະຕິວັດທ່ານ ສຸພານຸວົງ, ຂີ່ສະລິງຍາວກວ່າ 3000 ແມັດ, ແລະ ຊົມຕະຫຼາດນັດສິນຄ້າຕົວແບບ, ຂະບວນແຫ່ຊ້າງ ແລະ ຂະບວນແຫ່ເຊີ້ງບັ້ງໄຟ ຢູ່ແຫຼ່ງທ່ອງທ່ຽວດັ່ງກ່າວອີກດ້ວຍ.
ທ່ານຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳແລະທ່ອງທ່ຽວນະຄອນຫຼວງມີຄຳເຫັນໃນພິທີວ່າ: ສະຖານທີ່ທ່ອງທ່ຽວດັ່ງກ່າວແມ່ນໜຶ່ງໃນເປົ້າໝາຍສົ່ງເສີມການທ່ອງທ່ຽວ2018ຂອງນະຄອນຫຼວງວຽງຈັນ ເຊິ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ມີຄວາມຫຼາກຫຼາຍຂອງຕົ້ນໄມ້ ແລະ ຊີວະນາໆພັນທີ່ມີຄວາມໂດດເດັ່ນ ແລະ ປະທັບໃຈ ແລະ ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມຫຼາຍຂື້ນໃນແຕ່ລະເດືອນ, ໂດຍຄາດວ່າໝົດປີໝົດປີ 2018 ນີ້ ຈະມີນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມບໍ່ຕ່ຳກວ່າ 2 ລ້ານເທື່ອຄົນ.