ຍີ່ປຸ່ນຂາດເຂີນແຮງງານ ກຽມຮັບແຮງງານຕ່າງປະເທດ


ໜັງສືພິມນິກເກອິ ບິສຊິເນທ ເດລີ ລາຍງານວ່າ: ຍີ່ປຸ່ນກຽມຍົກເລີກຂໍ້ຫ້າມສຳລັບແຮງງານຕ່າງປະເທດບໍ່ມີຝີມືໃນ 5 ດ້ານທີ່ປະສົບບັນຫາຂາດເຂີນແຮງງານຢ່າງໜັກ ໃນໄລຍະທີ່ປະເທດຜະເຊີນສະພາບແຮງງານຫລຸດລົງ ແລະ ສັງຄົມຜູ້ອາຍຸສູງ ໂດຍໜັງສືພິມດັ່ງກ່າວລະບຸວ່າ: ການຫລຸດຜ່ອນຄັ້ງນີ້ ລັດຖະບານຍີ່ປຸ່ນຫວັງຈະດຶງດູດແຮງງານຕ່າງປະເທດ 5 ແສນຄົນເຂົ້າສູ່ຂະແໜງການຜະລິດ ແລະ ບໍລິການເຊັ່ນ: ບໍລິການພະຍາບານ, ການຕໍ່ເຮືອ, ບໍລິການທີ່ພັກ ເຊັ່ນດຽວກັບຂະແໜງກໍ່ສ້າງ ແລະ ກະສິກອນ ພາຍໃນປີ 2025.


ກ່ອນໜ້ານີ້, ເສດຖະກິດຍີ່ປຸ່ນມີຄວາມເຂັ້ມແຂງ ນັບແຕ່ທ່ານ ຊິນໂຊ ອາເບະ ຂຶ້ນເປັນນາຍົກລັດຖະມົນຕີ ໃນປີ 2012 ເຮັດໃຫ້ມີການຟື້ນຟູຫລັງເຫດສຶນາມິຖະຫລົ່ມໃນປີ 2011. ຍີ່ປຸ່ນປະສົບບັນຫາແຮງງານຫລຸດລົງ ແລະ ການເຂົ້າສູ່ສັງຄົມຜູ້ອາຍຸສູງ ເຮັດໃຫ້ຍີ່ປຸ່ນປະສົບບັນຫາຂາດເຂີນແຮງງານ ການທີ່ມີຂໍ້ຫ້າມກຳລັງແຮງງານຕ່າງປະເທດບໍ່ມີຝີມືໄດ້ສ້າງຄວາມກັງວົນວ່າ ຈະເຮັດໃຫ້ການຈະເລີນເຕີບໃຫຍ່ທາງເສດຖະກິດຢຸດສະງັກ.
ລາຍງານຍັງລະບຸອີກວ່າ: ລັດຖະບານຍີ່ປຸ່ນຍັງມີແຜນເປີດໂຄງການຝຶກງານ ທີ່ອອກແບບເພື່ອແບ່ງປັນເຕັກໂນໂລຊີໃຫ້ປະເທດກຳລັງພັດທະນາ ແລະ ຍັງຢູ່ໃນຍີ່ປຸ່ນຫລັງຈົບໂຄງການ ແລະ ເຮັດວຽກຕໍ່ໄດ້ຕື່ມອີກ 5 ປີ.