FIFA ຖະແຫຼງຕັດລາຍຊື່ ຟາຮັດ ອາວເມຍດາຊີ ອອກຈາກລາຍຊື່ຜູ້ຕັດສິນບານໂລກ 2018 ຂໍ້ຫາຮັບສິນບົນ


ກາຍເປັນບັນຫາດັງສັ່ນຄອນເຖິງກຳມະການຕັດສິນກິລາບານເຕະໄປທົ່ວໂລກ ເມື່ອສະຫະພັນບານເຕະສາກົນ ຫລື FIFA ຕັດສິດ ຟາຮັດ ອາວເມຍດາຊີ (Fahad Al Mirdasi) ຜູ້ຕັດສິນບານເຕະລະດັບຟີຟາ ຊາວຊາອຸດິອາຣາບີ ບໍ່ໃຫ້ຕັດສິນໃນບານໂລກ 2018 ຂໍ້ຫາຮັບສິນບົນ ຊຶ່ງເນື້ອໃນສາເຫດດັ່ງກ່າວ FIFA ໄດ້ຮັບຂໍ້ມູນຈາກສະຫະພັນບານເຕະຊາອຸດິອາຣາບີ (Saudi Arabian Football Federation) ໃນກາງເດືອນພຶດສະພາ 2018 ສືບພົບວ່າ: ຟາຮັດ ອາວເມຍດາຊີ ຮັບສິນບົນກ່ອນລົງຕັດສິນການແຂ່ງຂັນບານເຕະຊິງຂັນເຈົ້າຊີວິດຂອງປະເທດ (King’s Cup) ຮອບຊິງຊະນະເລີດ ປະຈຳປີ 2018 ຄູ່ລະຫວ່າງ ອາວ ອິດທີຮັດ (Al Ittihad) ພົບກັບ ອາວ ໄຟຊາລີ (Al Faisaly) ໃນວັນທີ 12 ພຶດສະພາຜ່ານມາ ເຮັດໃຫ້ຄະນະຈັດການແຂ່ງຂັນສົ່ງ ມາກ ແຄັດເທັນເບີກ (Mark Clattenburg) ອະດີດຜູ້ຕັດສິນມື 1 ໃນພຣີເມຍລີກ ອັງກິດ ລົງຕັດສິນແທນ. ຕໍ່ກັບຜົນການກະທຳດັ່ງກ່າວ ສະຫະພັນບານເຕະຊາອຸດິອາຣາບີ ຕັດສິນລົງໂທດ ຟາຮັດ ອາວເມຍດາຊີ ຫ້າມຕັດສິນຕະຫລອດຊີວິດ, ສ່ວນ FIFA ຖະແຫລງການພຽງແຕ່ ຕັດສິດອອກຈາກການຕັດສິນບານໂລກ 2018 ແລະ ຟີຟາ ຈະພິຈາລະນາໃສ່ໂທດຕື່ມອີກ.
ຂະນະທີ່ 2 ຜູ້ຊ່ວຍຕັດສິນ ໂມຮຳເມັດ ອາວ-ອາບາກຣີ (Mohammed Al-Abakry) ແລະ ອັບດຸນລາ ອາວ-ຊາວໄວ (Abdulah Al-Shalwai) ກໍຖືກຕັດລາຍຊື່ອອກເຊັ່ນກັນ.
ສ່ວນຄະນະກຳມະການດ້ານກຳມະການຕັດສິນຂອງ FIFA ຍັງບໍ່ເລືອກຜູ້ຕັດສິນໃຫມ່ມາແທນ ຟາຮັດ ອາວເມຍດາຊີ ໃນບານໂລກ 2018 ແຕ່ເອີ້ນຜູ້ຊ່ວຍຜູ້ຕັດສິນ ຮາຊານ ອາວ-ມາຣີ (Hasan Al-Mahri) ຈາກສະຫະລັດອາຣັບເອມີເຣັສ ຫລື UAE ແລະ ຮິໂຣຊິ ຢາມາອູຊິ (Hiroshi Yamauchi) ຊາວຍີ່ປຸ່ນ ມາແທນ ໂດຍຈະເຮັດວຽກຮ່ວມກັບຜູ້ຕັດສິນ ໂມຮຳເມັດ ໂມຮຳເມັດ ອັບດຸນລາ (Mohammed Mohammed Abdulla) ຊາວ UAE ແລະ ຣູຈິ ຊາໂຕະ (Ryuji Sato) ຊາວຍີ່ປຸ່ນ.
ກ່ອນຫນ້ານີ້ ຟາຮັດ ອາວເມຍດາຊີ ເປັນຫນຶ່ງຜູ້ຕັດສິນ 6 ຄົນຈາກອາຊີ 63 ຄົນໃນທົ່ວໂລກ ຜ່ານການຄັດເລືອກໃຫ້ຮ່ວມຕັດສິນໃນບານໂລກ 2018 ທີ່ຣັດເຊຍ, ແຕ່ມາຖືກຕັດລາຍຊື່ອອກ ເພາະຜົນຈາກການກະທຳດັ່ງກ່າວ ກາຍເປັນກໍລະນີຕົວຢ່າງ ແລະ ເປັນບົດຮຽນກ່າວເຕືອນກຳມະການທົ່ວໂລກ ຕ້ອງຄຳນຶງເຖິງຈາລິຍະທຳ ຫລື ຈັນຍາບັນ ແລະ ລະບຽບຂອງກຳມະການຕັດສິນ.
ສຳລັບ ຟາຮັດ ອາວເມຍດາຊີ ອາຍຸ 32 ປີ ເປັນກຳມະການລະດັບຟີຟາແຕ່ປີ 2011 ເຄີຍຕັດສິນບານເຕະຊິງແຊ້ມອາຊີ ຫລື ເອຊຽນຄັບ 2015, U20 ຊິງແຊ້ມໂລກ, ໂອແລມປິກເກມ 2016 ແລະ FIFA Confederations Cup 2017.