ສປປ ເກົາຫລີ ປົດທະຫານລະດັບສູງ 3 ທ່ານ ຄາດຈະເປີດທາງໃຫ້ທະຫານຮຸ່ນໃໝ່


ສປປ ເກົາຫລີ ປົດທະຫານລະດັບສູງ 3 ທ່ານຈາກຕຳແໜ່ງ. ນັກວິເຄາະເບິ່ງວ່າເປັນການເປີດທາງໃຫ້ທະຫານຮຸ່ນໃໝ່ເຂົ້າມາແທນ ເພື່ອເດີນໜ້ານະໂຍບາຍຂອງທ່ານ ກິມ ຈ໋ອງອຸນ ເລື່ອງພັດທະນາເສດຖະກິດ ແລະ ເປີດສູ່ປະຊາຄົມໂລກ.
ສຳນັກຂ່າວຢອນຮັບຂອງ ສ ເກົາຫລີ ລາຍງານວ່າ: ພົນເອກ ໂນ ຄວາງເຊ ອາຍຸ 38 ປີ ລັດຖະມົນຕີຊ່ວຍຄົນທີໜຶ່ງກະຊວງກອງທັບປະຊາຊົນຂຶ້ນເປັນລັດຖະມົນຕີກະຊວງກອງທັບປະຊາຊົນແທນ ນາຍພົນ ປັກ ຢອງຊິກ ອາຍຸ 68 ປີ, ພົນເອກ ຣີຢົງກິ ອາຍຸ 66 ປີ ຮອງຫົວໜ້າຄະນະເສນາທິການທະຫານ ກັບມາຮັບຕຳແໜ່ງຫົວໜ້າຄະນະເສນາທິການທະຫານແທນ ຮອງຈອມພົນ ຣີ ມອງຊູ ອາຍຸ 84 ປີ. ກ່ອນໜ້ານີ້ ສື່ທາງການ ສປປ ເກົາຫລີ ລາຍງານວ່າ: ພົນເອກ ກິມ ຊູກິ ເລຂາທິການໃຫຍ່ຄະນະກຳມະການພັກແຮງງານພຽງຢາງ ໄດ້ຂຶ້ນເປັນຜູ້ອຳນວຍການສຳນັກງານການເມືອງກອງທັບ ແທນ ນາຍພົນ ກິມ ຈົງກັກ ອາຍຸ 77 ປີ.
ນັກວິເຄາະເບິ່ງວ່າ: ການປ່ຽນນາຍທະຫານລະດັບສູງເປີດທາງໃຫ້ທ່ານ ກິມ ຈ໋ອງອຸນ ແລະ ພັກແຮງງານ ເພີ່ມການຄວບຄຸມກອງທັບປະຊາຊົນເກົາຫລີ ໃນໄລຍະຫົວລ້ຽວຫົວຕໍ່ສຳຄັນຂອງການພັດທະນາປະເທດ ແລະ ຕິດຕໍ່ກັບປະຊາຄົມໂລກ. ນາຍທະຫານທີ່ໄດ້ຮັບການປັບຕຳແໜ່ງໃຫ້ສູງຂຶ້ນລ້ວນແຕ່ເປັນຄົນທີ່ທ່ານ ກິມ ຈ໋ອງອຸນ ໄວ້ວາງໃຈ ເພາະກອງທັບມີບົດບາດສຳຄັນຕໍ່ໂຄງການນິວເຄຼຍ ແລະ ລູກສອນໄຟ ບວກກັບທ່ານ ກິມ ຈ໋ອງອຸນ ຕ້ອງການເພີ່ມບົດບາດກອງທັບໃນການດຳເນີນໂຄງການໂຄງລ່າງພື້ນຖານຂອງປະເທດ ເພາະທ່ານຄາດວ່າຈະໄດ້ຮັບການຊ່ວຍເຫລືອ ແລະ ການລົງທຶນຈາກປະຊາຄົມໂລກຫລາຍຂຶ້ນໃນລະຫວ່າງການເຈລະຈາເລື່ອງປົດນິວເຄຼຍ ຈຶ່ງຕ້ອງມີການສະກັດການສຸຈະລິດທີ່ເຄີຍກັດກິນໂຄງການໃນອະດີດມາກ່ອນ.