ເມື່ອລູກນອນສະດຸ້ງຕື່ນ ຄວນເຮັດແນວໃດ ?
June 6, 2018 - 4:52 PM


ແນວທາງແກ້ໄຂເມື່ອລູກນອນສະດຸ້ງຕື່ນ ຫຼື ຜະຫວາ
1. ໃຊ້ຜ້າຫໍ່ໂຕ ເພາະຈະເຮັດໃຫ້ລູກນ້ອຍຮູ້ສຶກອົບອຸ່ນຄືກັບຢູ່ໃນທ້ອງແມ່ ແຕ່ຄວນເລືອກຜ້າໃຫ້ເໝາະສົມກັບສະພາບອາກາດ
- ໃຫ້ລູກນ້ອຍນອນຂວ້ຳ ວິທີນີ້ໃຊ້ໄດ້ຜົນເກືອບ 100% ແຕ່ສໍາລັບລູກນ້ອຍທີ່ຄໍເລີ່ມແຂງແຮງ ຫຼື ມີນໍ້າໜັກຕົວປະມານ 3.500-4.000 ກຣາມ ຊຶ່ງອາຍຸແຕ່ລະຄົນແຕກຕ່າງກັນ ແລະ ບ່ອນນອນຄວນຮາບພຽງແຕ່ນຸ້ມ ບໍ່ຄວນເປັນບ່ອນນອນແບບຍຸບຕົວ ອາດເຮັດໃຫ້ລູກນ້ອຍຫາຍໃຈລໍາບາກ
3. ໃຊ້ຜ້າໜາພັບເທົ່າຝາມືພາດທັບໜ້າເອິກຂອງລູກນ້ອຍຂະນະລັບ ຈະຊາວຍຫຼຸດອາການສະດຸ້ງໄດ້
- ນອນແຄງ ເໝາະສໍາລັບເດັກນ້ອຍເກີດໃໝ່ ຫຼື ເດັກນ້ອຍນໍ້າໜັກຕໍ່າກວ່າ 3.500 ກຣາມ ຂຶ້ນຢູ່ກັບຄວາມແຂງແຮງຂອງແຕ່ລະຄົນ ແລະ ຄວນນໍາເອົາໝອນວາງຮອງດ້ານຫຼັງຂອງລູກນ້ອຍ