ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ

- 4 2 - ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ
- kitchen vibe - ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ

ພິທີສະຫລຸບການແຂ່ງຂັນຄວາມສາມາດດ້ານການ ນຳໃຊ້ໄມໂຄຣຊອບອອບ ຟີສ ປະຈຳປີ 2018 ສຳລັບນັກ ຮຽນນັກສຶກສາທົ່ວໄປທັງ ພາກລັດ ແລະ ເອກະຊົນ, ໄດ້ ມີຂຶ້ນເມື່ອບໍ່ດົນມານີ້, ທີ່ໂຮງ ຮຽນມັດທະຍົມສົມບູນວຽງຈັນນະຄອນ ຫລວງວຽງຈັນ, ໂດຍມີທ່ານ ກອງສີ ແສງມະ ນີ ຮອງລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ຜູ້ ຕາງໜ້າຈາກສະຖາບັນການ ສຶກສາ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງຕ່າງໆເຂົ້າຮ່ວມ ຢ່າງພ້ອມພຽງ.

 

- Visit Laos Visit SALANA BOUTIQUE HOTEL - ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ

ທະວິສິນ ແລະ ພິຊິດໄຊ ຖືກເລືອກໃຫ້ເປັນຕົວແທນ ເຍົາວະຊົນລາວກຽມເຂົ້າຮ່ວມກິດຈະກຳບານເຕະ ເພື່ອມິດຕະພາບ ທີ່ຣັດເຊຍ ໃນຕົ້ນເດືອນມິຖຸນານີ້

ຕົວແທນ ມ4 ນະຄອນຫລວງວຽງຈັນຄວ້າຊະນະເລີດທຸກວິຊາແຂ່ງຂັນນັກຮຽນເກັ່ງທົ່ວປະເທດ

ທ່ານນາງ ພູເຂົາ ຄຳສຸ ວັນ ຮອງອຳນວຍການ ສູນ ປະກັນຄຸນນະພາບການສຶກສາໄດ້ຂຶ້ນຜ່ານບົດສະຫລຸບ ຜົນການແຂ່ງຂັນດັ່ງກ່າວ ວ່າ: ການແຂ່ງຂັນນີ້ເພື່ອຄົ້ນ ຫາ ນັກຮຽນນັກສຶກສາຜູ້ທີ່ ມີ ຄວາມຮູ້ຄວາມສາມາດ ແລະ ພອນສະຫວັນທາງ ດ້ານໄອທີເພື່ອເປັນຕົວແທນ ຕາງໜ້າປະເທດໄປຮ່ວມ ແຂ່ງຂັນລະດັບໂລກ ທີ່ປະ ເທດສະຫະລັດອາເມຣິກາ ໃນເດືອນສິງຫາທີ່ຈະເຖິງນີ້. ສໍາລັບການແຂ່ງຂັນແມ່ນ ໄດ້ກໍານົດ 3 ຫົວຂໍ້ຄື: ໄມ ໂຄຣຊອບອອບຟິສເວີດ 2016 (Microsoft Office Word 2016), ໄມໂຄຣຊອບອອບຟິສ ເອັກ ແຊລ 2016 (Microsoft Office Excel 2016), ໄມໂຄຣຊອບ ອອບຟິສ ພາວ ເວີພອຍ 2016 (Micro soft Office Powerpoint 2016).

ສຳລັບການແຂ່ງຂັນ ຮອບທຳອິດຈັດຂຶ້ນໃນລະ ຫວ່າງວັນທີ 18-21 ເມສາ 2018 ຢູ່ 6 ແຂວງຄື: ນະ ຄອນຫລວງວຽງຈັນ, ແຂວງ ວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ຊຽງຂວາງ ແລະ ໄຊຍະບູລີ, ໂດຍມີຜູ້ເຂົ້າ ຮ່ວມແຂ່ງຂັນ 227 ຄົນ (ຍິງ 137 ຄົນ) ແລະ ຜ່ານເກນ ມາດຕະຖານດ້ານຄະແນນ 700 ຂຶ້ນໄປມີ 26 ຄົນ (ຍິງ 7 ຄົນ). ການແຂ່ງຂັນຮອບ ທີ 2 (ຮອບຊີງຊະນະເລີດລະ ດັບປະເທດ) ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 28-29 ເມສາ 2018 ທີ່ນະຄອນ ຫລວງວຽງຈັນ, ໂດຍມີຫົວຂໍ້ ແຂ່ງຂັນຄື: Microsoft Office Word 2016 ຊະ ນະເລີດໄດ້ແກ່ທ້າວ ສົມລິດ ພົນພັກດີ ຈາກແຂວງສະ ຫວັນນະເຂດໄດ້ 1.000 ຄະ ແນນເຕັມ, ຮອງຊະນະເລີດ ໄດ້ແກ່ທ້າວ ກາເຢັງຊົງ ທົງ ຊົວທົງ ຈາກນະຄອນຫລວງ ວຽງຈັນໄດ້ 850 ຄະແນນ, Microsoft Office Excel 2016 ຊະນະເລີດໄດ້ແກ່ນາງ ສີດາ ອຸພຣະສັກດາ ຈາກ ແຂວງສະຫວັນນະເຂດໄດ້ 815 ຄະແນນ, ຮອງຊະນະ ເລີດໄດ້ແກ່ທ້າວ ແກ້ວສະ ຫວັນ ຄວບແສງຈັນ ຈາກ ແຂວງສະຫວັນນະເຂດ ໄດ້ 775 ຄະແນນ, Microsoft Office Powerpoint 2016 ຊະນະເລີດໄດ້ແກ່ທ້າວ ອະພິສິດ ຣາຊພົງ ຈາກແຂວງ ສະຫວັນນະເຂດ ໄດ້ 979 ຄະແນນ, ຮອງຊະນະເລີດ ໄດ້ແກ່ນາງ ປະທຸມມາ ອຸພຣະ ສັກດາ ຈາກແຂວງສະຫວັນ ນະເຂດເຊັ່ນດຽວກັນໄດ້ 950 ຄະແນນ ແລະ ຜູ້ທີ່ຊະນະເລີດ ນີ້ຈະໄດ້ເປັນຕົວແທນປະເທດໄປແຂ່ງຂັນລະດັບໂລກທີ່ປະເທດສະຫະລັດອາເມລິກາໃນ ເດືອນສິງຫານີ້.

 

- 4 2 - ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ

- 4 - ໄດ້ແລ້ວຕົວແທນປະເທດ ໄປຮ່ວມແຂ່ງຂັນການນຳໃຊ້ໄມໂຄຣຊອບອອບຟິສ ລະດັບໂລກທີ່ສະຫະລັດອາເມລິກາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!